ເຂົ້າຄໍາ / Khaokham Rice

Use
Food
Income
Scientific Name / Family
Oryza sativa / Poaceae
Synonyms
Other Names
LG4400
Botanical Description

ແນວພັນເຂົ້າຄໍາ (LG4400) ເປັນແນວພັນພຶ້ນເມືອງຂອງທ້ອງຖິ່ນເມືອງຜົ້ງສາລີ, ແຂວງຜົງສາລີ. ໃນປີ 2006, ສູນຄົ້ນຄວ້າກະສິກໍາ ແລະ  ປ່າໄມ້ພາກເໜືອ ໄດ້ນໍາມາປູກເພື່ອຄັດເລືອກ ແລະ ໃນປີ 2008, ຈຶ່ງໄດ້ນໍາໄປປູກທົດສອບໃນພຶ້ນທີ່ໄຮ່ຂອງຊາວກະສິກອນ. ໃຫ້ຜົນຜະລິດປະມານ 1.4-2.6 ໂຕນ/ເຮັກຕາ, ອາຍຸ 130-135 ວັນ, ລວງສູງ 110-130 ຊມ, ເມັດເຂົ້າເປືອກສີເຫຼືອງດຳມີຂົນ, ຂະໜາດເມັດເຂົ້າສານຍາວ 9.54 ມມ, ກວ່າງ 3.70 ມມ, ໜາ 2.41 ມມ, ນໍ້າໜັກ 1000 ເມັດແມ່ນ 36.2 ກກ, ຄຸນນະພາບການກິນອ່ອນນຸ່ມດີ ແລະ ຄຸນນະພາບການສີ ແມ່ນ 65.6 %.

Description of Use

ປະຊາຊົນຂົງເຂດແຂວງຫຼວງນໍ້າທານິຍົມປູກເພື່ອບໍລິໂພກ ເພາະມີຄຸນນະພາບການກິນດີ ແລະ ເຫຼືອແຮໄວ້ຂາຍຈໍານວນໜຶ່ງ

Contribute