ໝາກເລີງ / Lao Crabapple

Use
Food
Income
Medicine
Scientific Name / Family
Malus doumeri (Bois) A.Chev. / Rosaceae
Synonyms
Docynia doumeri (Bois) C.K.Schneid.
Eriolobus doumeri (Bois) C.K.Schneid.
Malus asiatica var. argutiserrata Hu & F.H.Chen
Malus formosana Kawak. & Koidz.
Malus laosensis (Cardot) A.Chev.
Pyrus doumeri Bois
Pyrus formosana Kawak. & Koidz. ex Hayata
Pyrus laosensis Cardot
Pyrus melliana Hand.-Mazz.
Other Names
Chinese: 台湾林檎 tai wan lin qin
Eng: Taiwan crabapple
Conservation Status
Least Concern
Botanical Description

ເປັນໄມ້ຢືນຕົ້ນສູງປະມານ 15 ມ. ກີ່ງງ່າສີເທົາອອກສີນ້ຳຕານເມື່ອແກ່, ຈະມີຂົນຫຍາບແຂງໃນຍອດອ່ອນ, ຈະກ້ຽງເມື່ອແກ່ແລ້ວ, ຍອດອ່ອນເປັນສີແດງ, ຮູບໄຂ່, ມີຂົນຕາມຂອບ. ຫູໃບລຸດລ່ວງງ່າຍ,  ຮູບແຖບແກມຮູບຂອບຂະໜານ, ແຜ່ນບາງໆ ກ້ຽງ, ຂອບລຽບ, ປາຍຮຽວແຫຼມ. ກ້ານໃບຍາວ 1,5-3 ຊມ, ມີຂົນນຸ່ມເມື່ອຍັງອ່ອນ, ກ້ຽງເມື່ອແກ່ແລ້ວ. ແຜ່ນໃບຮູບຮີແກມຮູບໄຂ່ກັບ ຍາວ 8-15 ຊມ, ກວ້າງ 4-7 ຊມ, ຜີວສອງດ້ານມີຂົນສີຂາວເມື່ອຍັງອ່ອນ, ຈະກ້ຽງບໍລີເວັນໂຄນ, ໂຄນຮູມົນ ຫຼື ຮູບຫຼິ່ມ, ຂອບໃບເປັນແຂ້ວບໍ່ສະເໜີກັນ, ປາຍແຫຼມ. ຊໍ່ດອກແບບກະຈ່າງ, ເສັ້ນຜ່າສູນກາງປະມານ 3-7 ຊມ, ມີ 4-5 ດອກ, ໃບປະດັບຮູບແຖບ, ແຜ່ນບາງຄ້າຍເຈ້ຍ, ກ້ຽງ, ຂອບລຽບ, ປາຍຮູບຕັດ. ກ້ານດອກຍາວ 2-3 ຊມ, ມີຂົນສີຂາວປົກຄູ້ມ. ດອກ ສີຂາວອົມສີບົວອ່ອນ, ມີເສັ້ນຜ່າສູນກາງປະມານ 2-3 ມ, ເປັນຮູບລະຄັງ, ດ້ານນອກມີຂົນ, ເປັນຫຼອດໃກ້ປາຍ. ກາບດອກຮູບໄຂ່ແກມຮູບໃບຫອກ, ຍາວ 7 ມມ, ມີຂົນ, ຂອບລຽບ, ປາຍແຫຼມ. ກີບດອກສີເຫຼືອງອົມບົວ ຫຼື ສີຂາວ, ຮູບໄຂ່ກັບ, ຍາວ 1-3 ຊມ, ໂຄນແຄບ, ປາຍເຫວີມົນ. ເກສອນຜູ້ເທົ່າກັນ, ຄ່ອນຂ້າງສັ້ນກວ່າກິບດອກ; ເຕົ້າໄຂ່ 4-5 ຫ້ອງໄຂ່, ມີ 2 ເມັດໄຂ່ຕໍຫ້ອງ, ຄໍຊູຮ່ວງຮອງຮັບຍາວ 4-5 ເທົ່າຂອງເກສອນຜູ້, ມີຂົນນຸ້ມ. ໝາກ ສີເຫຼືອງ ຫຼື ສີແດງ, ມົນກົມ, ເສັ້ນຜ່າສູນກາງ 4-6 ຊມ, ເນື້ອໃນສາວ, ກ້ານໝາກຍາວ 1-3 ຊມ, ກ້ຽງ. ເມັດສີດຳຄ້າຍເມັດຖົ່ວ. ອອກດອກໃນຊ່ວງເດືອນເມສາ-ພືດສະພາ. ໝາກຈະສຸກປະມານ ເດືອນກັນຍາເປັນຕົ້ນໄປຮອດເດືອນທັນວາ.

Description of Use

ໝາກເລີ່ງເປັນໝາກໄມ້ທີ່ພົບແຕ່ພາກໃຕ້ຂອງຈີນຮອດພົບເໜືອຂອງລາວເປັນຕົ້ນແມ່ນຊຳເໜືອ, ມັກຈະເຫັນຂາຍຢູ່ຕະຫຼາດຊຳເໜືອປະມານເດືອນຕຸລາ. ໝາກສູກຈະເປັນສີເຫຼືອງອົມຂົນ, ເນື້ອຈະເປັນສີຂາວ, ເພີ່ນຈະຂາຍເປັນກີໂລ, ລາຄາ ປະມານ 10000ກີບ/ກີໂລ. ໝາກເລີ່ງນີ້ສາມາດເຮັດເປັນໝາກໄມ້ອົບແຫ້ງໄດ້, ໝາກປະກອບມີທາດ ທານນີນ, ນ້ຳຕານ, ຕຣາຕາລິກ ແລະ ຊີຕິກອາຊິດ. ມັນເປັນຢາຮັກສາພະຍາດກະເພາະທາງເດີນອາຫານ, ຮັກສາອາການອາຫານບໍ່ຍ່ອຍ, ມີອາການຈຸກສຽດທ້ອງ, ທ້ອງອືດ, ຖອກທ້ອງ ແລະ ເປັນສາເຫດມາຈາກອາກນຈຸກສຽດເມື່ງຫຼັງເກີດລູກໃໝ່. ນອກຈາກນີໝາກຂອງມັນຍັງສາມາດລົດລະດັບຄວາມດັບຂອງເລືອດ ແລະ ຄວາມເຈັບປວດ. ໃນປະລີມານປົກກະຕິ 8-20 ກຣາມ ໃນຮູບແບບຂອງຢາຕົ້ມທີສະກັດເອົາທາດແຫຼວຈາກໝາກດ ເຮັດເປັນແປ້ງ ຫຼື ຢາ ຕົ້ມນ້ຳອາບ ແລະ ລ້າງດ້ວຍຢາຕົ້ມຈາກໝາກເພື່ອຮັກສາພະຍາດພຸພອງ ແລະ ອາການແພ້.

Contribute