ໝາກແຟນ / Fan Fruit

Use
Food
Income
Scientific Name / Family
Protium serratum (Wall. ex Colebr.) Engl / Burseraceae
Synonyms
Other Names
Chinese: 马蹄果 ma ti guo.
Botanical Description

ໝາກແຟນເປັນພືດໃນຕະກູນ Burseraceae ມີຊື່ວີທະຍາສາດວ່າ Protium serratum  ເປັນໄມ້ຢືນຕົ້ນຂະໜາດກາງເຖີງຂະໜາດໃຫຍ່ ສູງ 15-20 ມ, ລຳຕົ້ນຕັ້ງຊື່, ເປືອກສີນ້ຳຕານ, ມີເປືອກແຕກເປັນເກັດ, ເຮືອນຍອດຕືບໜາ. ໃບເປັນໃບປະສົມແບບຂົນນົກ, ໃບຈັບລຽງກັນແບບສະລັບ, ມີໃບ 3-11 ໃບ, ຈັບແບບກົງກັນຂ້າມເປັນຄູ່, ຍົກເວັ້ນໃບຍອດຈະເປັນປາຍຄິກ, ແຜ່ນໃບຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 6-13 ຊມ, ຍາວ 3-5 ຊມ, ຖານໃບບ້ຽວ, ປາຍໃບແຫຼມຍາວ, ເນື້ອໃບໜາ, ກ້ຽງ, ໃບແກ່ຈະປ່ຽນເປັນສີແດງອືດ ຫຼື ສີແສດ, ຂອບໃບອ່ອນເປັນແບບແຂ້ວເລື້ອຍ, ສ່ວນໃບແກ່ມັນຈະລຽບ ຫຼື ເປັນຄື້ນຫ່າງໆ. ດອກຂະໜາດນ້ອຍສີຂາວ ຫຼື ສີເຫຼືອງອ່ອນ, ອອກລວມກັນເປັນຊໍ່ໃຫຍ່ໆ ຕາມງ່າມໃບ ແລະ ປາຍກີ່ງ ໃນແຕ່ລະຊໍ່ຈະມີທັ້ງດອກສົມບູນເພດ ແລະ ດອກແຍກເພດ, ໂຄນກິບຮອງກິບດອກຕິດກັນເປັນຮູບຖ້ວຍຕື່ນໆ, ປາຍແຍກເປັນແສກໆ 5 ແສກ, ກິບດອກ ມີ 5 ກິບ, ມີຂົນດ້ານນອກ, ເກສອນຜູ້ມີ 10 ອັນ. ໝາກຄ້ອນຂ້າງກົມ, ເປັນປຸ່ມປົມ 2-4 ພູ, ເສັ້ນຜ່າສູນກາງປະມານ 1-2 ຊມ, ໝາກສຸກຈະເປັນສີນ້ຳຕານດຳ, ເນື້ອໝາກຈະເປັນສີຂາວ. ເມັດຈະແຂງ. ໝາກຈະເລີ້ມສຸກໃນຊ່ວງເດືອນເມສາ ເຖີງ ກໍລະກົດ.  ຕົ້ນໝາກແຟນສ່ວນຫຼາຍແມ່ນພົບຢູ່ທາງພາກເໜືອຂອງລາວເຊັ່ນແຂວງອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ,  ມັກຂື້ນຕາມປ່າປະສົມປ່ຽນໃບ ຈາກລະດັບໜ້ານ້ຳທະເລສູງ 100-800 ແມັດ, ມັນຈະມັກຂະຫຍາຍ ພັນດ້ວຍເມັດ.  

Description of Use

ໝາກແຟນເປັນ ໝາກໄມ້ທີ່ມີລົດສົ້ມຫວານຄົນຈະມັກ ເອົາມາກີນເປັນ ສົ້ມກັບແຈ່ວ ໝາກເພັດ, ຖ້າໝາກສຸກຈະມີລົດຊາດຫວານ, ສ່ວນໝາກທີ່ຍັງດິບຢູ່ຈະມີລົດຊາດສົ້ມພຽງຢ່າງດຽວ. ໝາກແຟນນີ້ມັກພົບເຫັນຕາມຕະຫຼາດຫຼວງພະບາງ ເຂົາເຈົ້າມັກເຮັດເປັນມັດຂາຍ, ລາຄາປະມານ 2000-5000ກິບ/ມັດ, ນອກຈາກຕະຫຼາດຫຼວງພະບາງແລ້ວອາດຈະພົບຕາມຕະຫຼາດອື່ນເຊັ່ນ: ຕະຫຼາດໃນໂພນສະຫວັນ ຫຼື ຕະຫຼາດໃນ ຊຳເໜືອ, ນອກຈາກໝາກທີ່ກີນແລ້ວຍອດອ່ອນຍັງສາມາດກີນໄດ້ອີກດ້ວຍ.

ຮາກຂອງຕົ້ນໝາກແຟນຍັງໃຊ້ເປັນຢາແກ້ຫຼາຍພະຍາດເຊັ່ນ: ແກ້ພິດຊາງ, ແກ້ໄຂ້ ແລະ ເປັນຢາຖອນຜິດຕ່າງໆ ໂດຍການນຳເອົາຮາກແຫ້ງ ຫຼື ຮາກດິບກໍ່ໄດ້ເຊັ່ນດຽວກັນ ມາຕົ້ມນຳດື່ມກີນເປັນປະຈຳ. ຕົ້ນໝາກແຟນເປັນໄມ້ຕົ້ນທີ່ຊື່ ແລະ ເນື້ອໄມ້ຂ້ອນຂ້າງດີມີຄວາມນີຍົມເຮັດໄມ້ເຟີນີເຈີ ແລະ ຕັດເອົາມາເຮັດເຮືອນ, ເນື້ອໄມ້ຈະເປັນສີແດງອົມສີບົວ, ເປັນໄມ້ເນື້ອແຂງລະອຽດ ຖ້າຕັດປະໄວ້ດົນຈະເປັນສີນຳ້ຕານອິດ. ໃນປະຈຸບັນຕົ້ນໝາກແຟນຍັງບໍ່ທັນໄດ້ມີການສົ່ງເສີມເພື່ອປູກ ແລະ ການຄຸ້ມຄອງແມ່ນຍັງຕ່ຳເພາະວ່າການເກັບກູ້ໝາກແມ່ນເອົາຈາກຕົ້ນທຳມະຊາດເທົ່ານັ້ນ, ຍັງມີການຕັດໄມ້ເພື່ອຊົມໃຊ້ເຮັດເຄື່ອງເຮືອນຕ່າງໆ ເຮັດໃຫ້ຕົ້ນຈາກທຳມະຊາດໄດ້ລຸດລົງໄວວາ ເຮັດພວກມັນມີແນວໂນ້ມທີ່ຈະດັບສູນຈາກປ່າທຳມະຊາດ. ສະນັ້ນພວກເຮົາຄວນອະນຸລັກ ແລະ ປູກເພື່ອເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດໄດ້ ເພາະວ່າມີການນຳໃຊ້ໝາກ ແລະ ໄມ້ເພື່ອໃຊ້ຊອຍຕ່າງໆ.

Contribute