ສູນເສຍສັດນໍ້າ ອັນລໍ້າຄ່າ (ປາຂ່າ) ຂອງແມ່ນໍ້າຂອງ ເພີ່ມອີກຈໍານວນ 1 ໂຕ

ພົບ ປາຂ່າ ຕາຍ ໃນວັນທີ 15 ກຸມພາ 2022 ທີ່ຄາດວ່າ ອາດເປັນໂຕສຸດທ້າຍ ໃນລາວ
phakhaolao.la
phakhaolao.la

ສູນເສຍສັດນໍ້າ ອັນລໍ້າຄ່າ (ປາຂ່າ) ຂອງແມ່ນໍ້າຂອງ ເພີ່ມອີກຈໍານວນ 1 ໂຕ ໃນວັນທີ 15 ກຸມພາ 2022 ທີ່ຜ່ານມາ ນີ້ (ຕາຍ 2 ໂຕ ໃນໄລຍະ ກາງປີ 2021). ທັ້ງ 3 ໂຕ ທີ່ພົບເຫັນຕາຍ ແມ່ນເຫັນຢູ່ຝັ່ງກໍາປູເຈຍ ແຕ່ຄາດວ່າຕາຍ ແລະ ໄຫຼຈາກຝັ່ງຂອງລາວ.

ຈາກການໃຫ້ຂໍ້ມູນຂອງທີມງານລາດຕະເວນ ຫຼື ເຈົ້າໜ້າທີ່ຄຸ້ມຄອງວັງອະນຸລັກປາຂ່າ ໃນໄລຍະ 2-3 ປີທີ່ຜ່ານມາ ສາມາດພົບເຫັນປາຂ່າ ປະມານ 3-4 ໂຕ ແລະ ຈໍານວນ 2 ໂຕທີ່ຕາຍໃນກາງປີ 2021 ແລະ ອີກ 1 ໂຕ ໃນວັນທີ 15 ກຸມພາ 2022 ນີ້ ອາດນອນຢູ່ໃນຈໍານວນທີ່ທີມງານລາດຕະເວນ ພົບເຫັນ ນັ້ນສະແດງໃຫ້ເຫັນວ່າ ປາຂ່າຢູ່ໃນແມ່ນໍ້າຂອງ ໃນ ສປປ ລາວ ອາດຕົກຢູໃນສະຖານະການ ສ່ຽງຕໍ່ການສູນພັນ ຂັ້ນສູງສຸດ.

ແຫ່ງດຽວໃນ ສປປ ລາວ ທີ່ພວກເຮົາສາມາດພົບເຫັນປາຂ່າໄດ້ ກໍ່ຄືຢູ່ພາກໃຕ້ຂອງລາວ ເຂດສີພັນດອນ (ບ້ານຫາງສະດໍາ ແລະ ບ້ານຫາງຄອນ, ເມືອງໂຂງ ແຂວງຈໍາປາສັກ) ຊາຍແດນລະຫວ່າງ ລາວ-ກໍາປູເຈຍ.

ປາຂ່ານໍ້າຈືດ ມີທັ້ງໝົດ 6 ສາຍພັນ ແລະ ໜຶ່ງໃນ 6 ສາຍພັນນີ້ແມ່ນພົບເຫັນຢູ່ແມ່ນໍ້າຂອງ ສະເພາະໃນ ລາວ ແລະ ກໍາປູເຈຍ ແຕ່ຕອນນີ້ ຈາກການຕາຍຂອງປາຂ່າ 3 ໂຕ ໃນລະຫວ່າງປີ 2021-2022 ນີ້ ອາດຍາກທີ່ຈະເວົ້າໄດ້ວ່າ ປາຂ່າຍັງມີຢູ່ໃນ ສປປ ລາວ. ປາຂ່ານໍ້າຈືດຄືໜຶ່ງໃນຊະນິດພັນສັດນໍ້າ ປະເພດຫວງຫ້າມ ບັນຊີ 1 ແລະ ຍັງນອນຢູ່ໃນບັນຊີແດງ ວ່າດ້ວຍສັດນໍ້າ-ສັດປ່າ ທີ່ໄກ້ຈະສູນພັນ ຂອງ IUCN.

ຈາກເຫດການດັ່ງກ່າວ ອົງການ WWF-Laos ໄດ້ຮຽກຮ້ອງມາຍັງທຸກຄົນ ທຸກພາກສ່ວນຈົ່ງໃຫ້ຄວາມສໍາຄັນ ແລະ ຮ່ວມແຮງກັນຕໍ່ການປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າ ທີ່ໄກ້ຈະສູນພັນ ໃຫ້ຢູ່ກັບແມ່ນໍ້າຂອງ ແມ່ນໍ້າສາຂາຕ່າງໆ ຢູ່ກັບຜືນປ່າ ແລະ ຊຸມຊົນ ກໍ່ຄື ປະເທດລາວ ເຮົາ.

 

ຂໍ້ມູນຈາກ WWF-Laos

ການປະກອບສ່ວນ