ສູດຫົວສີໄຄ ແກ້ທ້ອງອືດ ປິ່ນປົວກະດູກຫັກ

phakhaolao.la
phakhaolao.la

ສີໄຄເປັນພືດທີ່ຈັດຢູ່ໃນຈຳພວກຫຍ້າ ເກີດເປັນສຸມສູງ 50-70 ຊັງຕີແມັດ, ມີຮາກຝອຍຫຼາຍ, ໃບຍາວຂະໜານ 0,8-1 ແມັດ, ຂອບໃບກ້ຽງຄົມ ເວລາເກັບກູ້ຖ້າບໍ່ລະວັງສາມາດບາດມືໄດ້. ຫົວສີໄຄເປັນທີ່ຮູ້ຈັກກັນຫຼາຍໃນທ້ອງຕະຫຼາດເພາະປະຊາຊົນນຳໃຊ້ຫົວສີໄຄເຂົ້າໃນການປຸງແຕ່ງອາຫານ ໃຊ້ເປັນເຄື່ອງເທດ ເຮັດໃຫ້ອາຫານມີລົດຫອມ ລົດຊາດດີ ແລະ ດັບກິ່ນຄາວ ໂດຍສະເພາະແມ່ນອາຫານທີ່ປຸງແຕ່ງຈາກປາ ພືດຊະນິດນີ້ນອກຈາກໃຊ້ປະກອບເຂົ້າໃນອາຫານແລ້ວຍັງມີປະໂຫຍດດ້ານຢາ ແລະ ກັ່ນເອົານ້ຳມັນຂາຍໄດ້ ນ້ຳມັນສີໄຄນຳໃຊ້ປະສົມເຂົ້າໃນຄີມ, ສະບູ ແລະ ສະເປກັນຍຸງ ຊຶ່ງຫຼາຍປະເທດໄດ້ມີຜະລິດຕະພັນອອກຂາຍແລ້ວ. ປະໂຫຍດດ້ານຢາຂອງຕົ້ນສີໄຄແມ່ນແກ້ທ້ອງອືດທ້ອງຍຶ່ງ ແລະ ປົວກະດູກຫັກຈາກການກະທົບ.

ແກ້ທ້ອງອືດທ້ອງຍຶ່ງ ເກັບເອົາໃບ ແລະ ຫົວສີໄຄສົດ ມາລ້າງໃຫ້ສະອາດ ຊອຍ ເປັນຕ່ອນນ້ອຍໃຫ້ໄດ້ 1 ກຳມື ນຳໄປ ຕົ້ມປະສົມກັບຫວ້ານໄພ 7 ຝານ ໃສ່ນຳ້ 1 ລີດ ຕົ້ມໃຫ້ຝົດພໍປະມານ ນຳໄປຕອງ ດ້ວຍແພຂາວສະອາດ ແລ້ວດື່ມຕາງນຳ້ ຈົນກວ່າອາການຈະດີຂື້ນ.

phakhaolao.la
ຫວ້ານໄພ

ປົວກະດູກຫັກ ເອົາໃບ ແລະ ຫົວ ສີໄຄສົດ ມາລ້າງໃຫ້ ສະອາດ ຊອຍເປັນຕ່ອນນ້ອຍ ຕຳໃຫ້ມຸ່ນ ຈົນຂື້ນນໍ້າແລ້ວນຳໄປໂພະໃສ່ບ່ອນ ດູກຫັກ ແລ້ວໃຊ້ແພສີຂາວສະອາດ ຫຼື ແພປັງເຊີມັງຂອງແພດພັນໄວ້ ຫຼັງຈາກພັນແລ້ວບໍ່ຄວນເຄື່ອນເໜັງເພື່ອບໍ່ໃຫ້ກະດູກເຄື່ອນຍ້າຍ ແຕ່ຄວນປ່ຽນຢາທຸກໆວັນ.

 

 

ພືດເປັນຢາຢູ່ອ້ອມຕົວເຮົາ Pha Tad Ke Botanical Garden

 

ການປະກອບສ່ວນ