ຮ້ອນໃນສາມາດບັນເທົາໄດ້ດ້ວຍສະໝຸນໄພ
ຮ້ອນໃນ ຫຼື ທີ່ເອີ້ນກັນວ່າເປັນຮ້ອນໃນ (Aphthous Ulcers) ຄືມີບາດແຜທີ່ມີຂະໜາດນ້ອຍ ແລະ ຕື້ນ, ມີສີເຫຼືອງ ຫຼື ສີຂາວ ອ້ອມຮອບດ້ວຍສີແດງ, ເກີດຢູ່ບໍລິເວນທີ່ມີເນື້ອເຍື້ອອ່ອນໃນຊ່ອງປາກ ຫຼື ເຫືອກ ບາງຄົນກໍພົບຢູ່ໃນບໍລິເວນຮີມຝີປາກ, ແກ້ມ ແລະ ລິ້ນ, ເປັນບາດແຜນ້ອຍແຕ່ເຮັດໃຫ້ເຈັບ ແລະ ຮັບປະທານອາຫານຍາກ.
ສາເຫດຂອງການເກີດແຜຮ້ອນໃນຍັງບໍ່ຊັດເຈນ ໂດຍໂອກາດທີ່ເປັນຮ້ອນໃນຈະເພີ່ມຂຶ້ນ ຖ້າຫາກວ່າຄົນໃນຄອບຄົວມີອາການ ນັ້ນສະແດງວ່າຖືກຖ່າຍທອດທາງກຳມະພັນ ແລະ ສະພາບແວດລ້ອມອ້ອມຂ້າງທີ່ຄືກັນ ເຊັ່ນ: ເກີດຈາກສານທີ່ກໍ່ໃຫ້ເກີດພູມແພ້ ຫຼື ແພ້ອາຫານບາງຊະນິດ ລວມເຖິງມີສິ່ງກະຕຸ້ນທີ່ເຮັດໃຫ້ມີບາດແຜຮ້ອນໃນ:
- ການຕອບສະໜອງຕໍ່ແບັກທິເຣຍໃນປາກ
- ເຊື້ອໄວຣັສ
- ເກີດການອັກເສບທີ່ປາກ
- ເກີດຈາກຄວາມຄຽດ
- ການປ່ຽນແປງຮໍໂມນ
- ມີປະຈຳເດືອນ
- ມີບັນຫາກ່ຽວກັບພູມຄຸ້ມກັນ
- ແພ້ອາຫານ ຫຼື ຂາດວິຕາມິນ ແລະ ແຮ່ທາດ
ໂດຍສ່ວນຫຼາຍບາດແຜດັ່ງກ່າວແມ່ນຈະຫາຍເອງພາຍໃນ 1-2 ອາທິດ ໂດຍທີ່ບໍ່ໄດ້ຮັກສາ, ແຕ່ຍັງມີວິທີຕ່າງໆທີ່ຈະຊ່ວຍບັນເທົາອາການດັ່ງກ່າວໄດ້ດ້ວຍສະໝຸນໄພພື້ນບ້ານ:
- ຕົ້ນຈັນເທດ: ຊ່ວຍຮັກສາດີຊານ, ຮັກສາອາການຮ້ອນໃນ, ເຮັດໃຫ້ຊຸ່ມຄໍ ແລະ ຮັກສາອາການຂາດນ້ຳ.
- ເຄືອໝາກລ້ຳ: ຮາກ ເປັນຢາຮັກສາຫອບຫືດ, ຫຼອດລົມອັກເສບ, ຮັກສາອາການໄອແຫ້ງ, ເຈັບຄໍ, ຂັບເສມຫະ ແລະ ຮັກສາຮ້ອນໃນ.
- ຕົ້ນຣາຊາບີ: ຕົ້ນສົດ ຫຼື ແຫ້ງ ໃຊ້ເປັນຢາປົ່ວຖອກທ້ອງ, ປົ່ວລຳໄສ້ອັກເສບ, ປົ່ວໄຂ້ຮ້ອນ ແລະ ຮັກສາອາການຮ້ອນໃນ.
- ໝາກເຟືອງຝຣັ່ງ: ຮາກ ຮັກສາອາການຮ້ອນໃນ, ຮັກສາອາການຂາດນ້ຳ, ຮ້ອນໄຂ້ ແລະ ຊ່ວຍບຳລຸງກະເພາະອາຫານ
- ຜັກສາບ: ທັງຕົ້ນ ຮັກສາຮ້ອນໃນເນື່ອງຈາກຂາດນ້ຳ ແລະ ຮັກສາອາການເຈັບໃນລຳຄໍ.
ຖ້າຫາກວ່າບາດແຜດັ່ງກ່າວໃຫຍ່ກວ່າປົກກະຕິ ແລະ ບໍ່ຫາຍດີ ຄວນໄປຫາແພດທັນທີ