ເຂົ້າແດກງາ ຫຼື ເຂົ້າຕໍາງາ
ເຂົ້າແດກງາ ຫຼື ເຂົ້າຕໍາງາ, ເປັນອາຫານສຳລັບຜູ້ສູງອາຍຸ ຊ່ວຍເສີມສ້າງຄວາມແຂງແຮງໃຫ້ກະດູກ
ເຮືອນຄົວລາວ
www.phakhaolao.la
- ສ່ວນປະກອບ:
- ເຂົ້າໜຽວ
- ງາດຳ
- ນໍ້າອ້ອຍ ຫຼື ນໍ້າຕານ
- ເກືອ
- ວິທີເຮັດ:
ຂັ້ນຕອນທໍາອິດເອົາງາດໍາ, ເກືອເລັກໜ້ອຍລົງຕໍາໃຫ້ລະອຽດຈາກນັ້ນກໍຊອຍນໍ້າອ້ອຍ 1/2 ກ້ອນລົງແລ້ວຕໍາຄົນໃຫ້ເຂົ້າກັນອີກຮອບ ຈາກນັ້ນກໍບິດເຂົ້າໜຽວໃຫ້ເປັນຄໍາໜ້ອຍໆລົງໃສ່ແລ້ວຕໍາເຂົ້າກັນອີກຄັ້ງໜຶ່ງແລ້ວຊີມເບິ່ງວ່າໄດ້ລົດຊາດຫວານຕາມທີ່ຕ້ອງການແລ້ວບໍ ຖ້າຍັງກໍສາມາດເອົານໍ້າອ້ອຍລົງໃສ່ອີກແລ້ວຕໍາໃຫ້ເຂົ້າກັນອີກຄັ້ງກໍສາມາດຮັບປະທານໄດ້.
ໝາຍເຫດ: ນໍ້າອ້ອຍ ຫຼື ນໍ້າຕານສາມາດໃສ່ຕາມທີ່ຕົນເອງຕ້ອງການໄດ້!!
ແນນນຳສຳຫຼັບຜູ້ສູງອາຍຸ ເຮັດໃຫ້ສຸຂະພາບຮາງກາຍແຂງແຮງ ແລະ ເສີມສ້າງກະດູກ.