ນໍ້າຫວານເຜືອກ Sweet Taro
ນໍ້າຫວານເຜືອກ ປຸງແຕ່ງງ່າຍ ສະບາຍທ້ອງ
ເຮືອນຄົວລາວ
phakhaolao.la
ສ່ວນປະກອບທີ່ຕ້ອງການ
- ເຜືອກ, ໃບເຕີຍ, ກະທິໝາກພ້າວ, ນໍ້າຕານຊາຍແດງ, ເກືອ, ສາຄູ
ວິທີປຸງແຕ່ງ
- ເລີ່ມຈາກແຊ່ສາຄູປະໄວ້
- ແລ້ວນຳສ່ວນປະສົມມາລ້າງໃຫ້ສະອາດ
- ເຜືອກ ຂາດບໍ່ໄດ້ ເພາະຄືສ່ວນປະສົມຫຼັກໃນມື້ນີ້ ນຳມາປອກເປືອ ແລະ ຊອຍ ຂະໜາດພໍດີຄຳ
- ຕົ້ມໃບເຕີຍ ເພື່ອເພີ່ມກິ່ນຫອມ
- ຕົ້ມນໍ້າຕານໃຫ້ລະລາຍ ໃສ່ກະທິ, ເກືອ ຕາມດ້ວຍໃສ່ເຜືອກ ຈາກນັ້ນກໍປິດຝາຕົ້ມເຜືອກປະໄວ້ປະມານ 30 ນາທີ ແລະ ໃສ່ສາຄູ ຫຼັງຈາກໃສ່ສາຄູ ຕ້ອງຄົນຢູ່ຕະຫຼອດເວລາ ປະມານ 10-15 ນາທີ ເພື່ອບໍ່ໃຫ້ຕິດໝໍ້
ສາລະໜ້າຮູ້
- ເຜືອກ: ສັບພະຄຸນຊ່ວຍໃນລະບົບຂັບຖ່າຍ
- ໃບເຕີຍ: ບຳລຸງຮ່່າງກາຍ ແລະ ຊ່ວຍໃຫ້ສະມອງຜ່ອນຄາຍ
- ໝາກພ້າວ: ບຳລຸງຜິວ ແລະ ປ້ອງກັນພະຍາດຫົວໃຈ