ເຕັກນິກການປູກຫອມບົ່ວໃສ່ຖາດໄຂ່
ປຸກຫອມບົ່ວໃສ່ຖາດໄຂ່ງ່າຍໆໄວ້ກິນເອງ
ແນະນຳວິທີເຮັດ
https://www.technologychaoban.com/bullet-news-today/article_91520
ຂັ້ນຕອນການປູກ
- ນຳເອົາຖາດໄຂ່ແບບກະດາດມາຊ້ອນກັນໄວ້ 5 ອັນ ພ້ອມທັງເຈາະຮູທີ່ກົ້ນຂຸມທີ່ວາງໄຂ່ເລັກນ້ອຍເພື່ອໃຫ້ຮາກຫອມບົ່ວສາມາດຂະຫຍາຍຕົວໄດ້.
- ໃຊ້ນ້ຳຫົດຖາດໄຂ່ໃຫ້ຊູ່ມພໍປະມານຈົນທົ່ວ.
- ເລືອກເອົາຫອມທີ່ມີຄູນະພາບດີ ທີ່ບໍ່ເນົ່າ, ບໍ່ມີເຊື້ອລາ ເພື່ອມາປູກໃສ່ຖາດທີ່ກຽມໄວ້.
- ນຳເອົາຫົວຫອມບົ່ວມາວາງໃສ່ຖາດໃຫ້ຄົບທຸກຂຸມ.
- ຫົດນ້ຳທູກເຊົ້າ-ແລງ ໃຫ້ຊູ່ມພໍປະມານ.
ສຳລັບເຄັດລັບໃນການປູກຫອມບົ່ວໃນຖາດໄຂ່ນັ້ນ ຈະຕ້ອງໄດ້ຮັກສາຄວາມຊຸ່ມຢ່າງສະໝ່ຳສະເໝີ ຫຼັງຈາກປູກປະມານ 10 ວັນ ຫອມບົ່ວກໍຈະແຕກໜໍ່ອ່ອນອອກມາໃຫ້ເຫັນ ຫຼັງຈາກນັ້ນແມ່ນໃຫ້ບຳລຸງດ້ວຍການສີດນ້ຳໝັກຊີວະພາບຈະຊ່ວຍໃຫ້ພືດສາມາດຈະເລີນເຕີບໂຕໄດ້ດີ. ສຳລັບການປູກນັ້ນຈະເປັນການດີກວ່າຫາກເຮົາເອົາຖາດມາຊ້ອນກັນຫຼາຍຂຶ້ນ ເພາະມັນຈະຊ່ວຍຮັກສາຄວາມຊຸ່ມໄດ້ດີກວ່າ.
ທີ່ມາ:https://www.co.th/socia