ປາເສືອໜໍ້ / Dark tiger fish
APA 6th ed. ປາເສືອໜໍ້ / Dark tiger fish. (2019, October 1). Retrieved from https://www.phakhaolao.la/index.php/kb/0000699
MLA 8th ed. ປາເສືອໜໍ້ / Dark tiger fish. Pha Khao Lao, 1 October 2019, https://www.phakhaolao.la/index.php/kb/0000699.
Chicago 17th ed. Pha Khao Lao. 2019. "ປາເສືອໜໍ້ / Dark tiger fish." Published October 1, 2019. https://www.phakhaolao.la/index.php/kb/0000699.
Thai: ดุมซี เสือปรือ เสือดำ กะเบื้องเพืองหม่อ
ຮູບຮ່າງລັກສະນະ ລຳຕົວມີຮູບຮ່າງກົມຮີ ແລະ ມີລັກສະນະແປທາງດ້ານຂ້າງ, ສ່ວນຫົວຮຽວຍື່ນຍາວອອກໄປທາງດ້ານໜ້າ ຕາມີຂະໜາດໃຫຍ່, ປາກກວ້າງ ແລະ ຍືດຫົດໄດ້, ຖານຂອງຄີຫຼັງຍາວ ແລະ ມີງ່ຽງຄີແຂງຈຳນວນຫຼາຍ, ສ່ວນປາຍຂອງຄີຫາງມີລັກສະນະໂຄ້ງມົນ, ລຳຕົວມີສີນ້ຳຕາອົມເຫຼືອງ, ມີລາຍສີເຂັ້ມ ຫຼື ສີດຳເປັນຈຸດກະຈາຍຢູ່ທົ່ວໄປ, ຕັ້ງແຕ່ສ່ວນຫົວຈົນເຖິງໂຄນຄີຫາງ, ຄີເອິກ ແລະ ຄີຫາງໃສ, ຄີອື່ນໆມີສີເທົາ ຫຼື ສີນ້ຳຕານເຂັ້ມ. ລຳຕົວຍາວ 5-10 ຊັງຕິແມັດ. ເປັນປາທີ່ມັກອາໄສຢູ່ນິ່ງໆຕາມໃບໄມ້ໃຕ້ນ້ຳ ຫຼື ພືດນ້ຳ, ກ້ອນຫິນເພື່ອດັກລ່າເຫຍື່ອເຊັ່ນ: ກຸ້ງ, ປາຂະໜາດນ້ອຍ, ແລະ ແມງໄມ້ນ້ຳ, ມັກພົບຢູ່ຕາມແຫຼ້ງນ້ຳນິ່ງທີ່ມີພືດນ້ຳຂື້ນໜາແໜ້ນ.