ລີ້ນກະບື / Blindness tree
APA 6th ed. ລີ້ນກະບື / Blindness tree. (2019, April 12). Retrieved from https://www.phakhaolao.la/index.php/kb/0000488
MLA 8th ed. ລີ້ນກະບື / Blindness tree. Pha Khao Lao, 12 April 2019, https://www.phakhaolao.la/index.php/kb/0000488.
Chicago 17th ed. Pha Khao Lao. 2019. "ລີ້ນກະບື / Blindness tree." Published April 12, 2019. https://www.phakhaolao.la/index.php/kb/0000488.
Excoecaria bicolor (Hassk.) Zoll. ex Hassk.
Excoecaria bicolor var. orientalis (Pax & K.Hoffm.) Gagnep.
Excoecaria bicolor var. purpurascens Pax & K.Hoffm.
Excoecaria bicolor var. viridis Pax & K.Hoffm.
Excoecaria cochinchinensis var. viridis (Pax & K.Hoffm.) Merr.
Excoecaria orientalis Pax & K.Hoffm.
Excoecaria quadrangularis Müll.Arg.
Sapium cochinchinense (Lour.) Kuntze
Eng: Chinese croton, Blindness tree, Buta Buta, Jungle Fire plant
Thai: Ka buea, Kamlang krabue, Lin krabue, Bai thong daeng
ເປັນໄມ້ຟຸ່ມ, ສູງ 1-3 ມ. ໃບຈັບແບບກົງກັນຂ້າມ, ແຜ່ນໃບຮູບຮີ ຫຼື ຮູບໃບຫອກ, ຍາວ 4-14 ຊມ. ກ້ານໃບຍາວ 0.4-1 ຊມ. ຊໍ່ດອກສັ້ນ ຍາວປະມານ 5 ຊມ. ດອກເພດແມ່ຢູ່ໃກ້ກັບໂຄນຊໍ່. ດອກເພດຜູ້ກ້ານດອກສັ້ນ. ກາບດອກເປັນຮູບສາມຫຼ່ຽມ, ຍາວ 0.6-1 ມມ. ຂອບໃບເປັນແຂ້ວເລື້ອຍຖີ່, ກ້ານເກສອນເພດຜູ້ຍາວປະມານ 1 ມມ. ດອກເພດແມ່ ກ້ານດອກຈະຂະຫຍາຍຕົວເປັນໝາກ, ຍາວໄດ້ເຖິງ 3 ມມ. ກາບດອກຮູບໄຂ່, ຍາວປະມານ 1.5 ມມ. ກ້ານເກສອນເພດແມ່ ຍອດເກສອນຍາວ 2-2.5 ມມ. ໝາກເປັນ 3 ນູນ, ເສັ້ນຜ່ານສູນກາງ 5-7 ມມ. ແກ່ນກົມ, ເສັ້ນຜ່າສູນກາງປະມານ 2.7 ມມ.
ພືດຊະນິດນີ້ ເປັນຢາແກ້ຜິດຂອງແມ່ຍິງຢູ່ກຳ, ຂັບເລືອດຮ້າຍ ແລະ ຂັບນ້ຳຄາວປາໃນມົດລູກ. ນອກນັ້ນຍັງຊ່ວຍປີ່ນປົວພະຍາດໝາກສຸກໝາກໃສ, ໝາກເບີດ, ຊ່ວຍບັນເທົາອາການເຈັບປວດຕາມກ້າມເນື້ອ ແລະ ເປັນຢາບັນເທົາໄຂ້ອິກດ້ວຍ. ໃບຕາກແຫ້ງໃຊ້ຊົງດື່ມເຊັ່ນໃບຊາເປັນຢາຮັກສາພະຍາດດັບພິດຮ້ອນ, ຖອນພິດໄຂ້, ແກ້ໄຂ. ລຳຕົ້ນໃຊ້ເປັນຢາແກ້ຮ້ອນໃນ. ໃບຕໍາພອກເພື່ອຫຼ້າມເລືອດ, ແກ້ພົກຊ້ຳດຳຂຽວ, ແກ້ພິດບາດທະຍັກ.