ຫົົວກະຣົດ / Carrot
APA 6th ed. ຫົົວກະຣົດ / Carrot. (2019, May 22). Retrieved from https://www.phakhaolao.la/index.php/kb/0000474
MLA 8th ed. ຫົົວກະຣົດ / Carrot. Pha Khao Lao, 22 May 2019, https://www.phakhaolao.la/index.php/kb/0000474.
Chicago 17th ed. Pha Khao Lao. 2019. "ຫົົວກະຣົດ / Carrot." Published May 22, 2019. https://www.phakhaolao.la/index.php/kb/0000474.
Daucus carota subsp. azoricus Franco
Daucus carota subsp. bocconei (Guss.) Bonnier
Daucus carota subsp. boissieri (Schweinf.) Hosni [Unplaced]
Daucus carota var. boissieri Schweinf.
Daucus carota var. brachycaulos Reduron
Daucus carota var. brachycentrus Maire
Daucus carota f. carota
Daucus carota var. carota
Daucus carota var. commutatus Paol.
ໄທ: ຜັກກາດເຫຼືອງ, ຫົວກາດແດງ, ແຄຣອດ
ພາສາອັງກິດ: Carrot
ຫົວກະຣົດເປັນພືດລົ້ມລຸກf ມີຮາກສະສົມອາຫານເອີ້ນວ່າຫົວ ກະຣົດໜຶ່ງ 1 ຕົ້ນ ມີຫົວ 1 ຫົວ, ຮູບຮ່າງຍາວ, ກົກໃຫ່ຍ, ປາຍຮຽວແຫຼມ, ຫົວກະຣົດມີສີສົ້ມ ທັ້ງເນື້ອ ແລະ ຜີວ ເນື້ອແຂງກອບ, ຂະໜາດຂອງຫົວກະຣົດມີເສັ້ນຜ່ານສູນກາງປະມານ 3-4 ຊມ, ຍາວປະມານ 10-15 ຊມ. ໃບເປັນໃບປະສົມແບບຂົນນົກ, ໃບຍ່ອຍອອກເປັນຄູ່ກົງກັນຂ້າມກັນ ແຕ່ໃບທີ່ຢູ່ປາຍສຸດມີໃບດຽວລັກສະນະຄ້າຍໃບຫອມປ້ອມ, ກ້ານໃບຍາວ ກົກໃບແຜ່ເປັນກາບຫຸ້ມກັນຢູ່ ໃບສີຂຽວ. ລຳຕົ້ນມີລັກສະນະຄ້າຍຕົ້ນຫອມປ້ອມສ່ວນລຳຕົ້ນທີ່ຕິດກັບຫົວສີຂຽວອ່ອນຈົນເຖິງຂາວ ແລະ ສີຈະຂຽວເຂັ້ມຂື້ນຕາມຄວາມສູງ. ຮາກກະຣົດເປັນຮາກແກ້ວຂະໜາດໃຫ່ຍສະສົມສານອາຫານໄວ້ປະລິມານຫຼາຍ. ຮາກທາງຫົວທີ່ຕິດກັບລຳຕົ້ນໃຫ່ຍ ແລະ ຄ້ອຍໆຮ່ຽວຍາວໄປທາງດ້ານຫົວ ທີ່ເປືອກມີຮາກຝອຍນ້ອຍໆຈຳນວນຫຼາຍ ມີຮ່ອງນ້ອຍໆຕາມແນວຂວາງເປັນລະຍະໆຕະຫຼອດທັງຫົວ. ດອກອອກດອກເປັນຊໍ່ ປະກອບໄປດ້ວຍດອກຍ່ອຍຢ່າງຫຼວງຫຼາຍ, ຊໍ່ດອກຄ້າຍຮົ່ມ ກີບດອກຍ່ອຍສີຂາວ. ແກ່ນມີຂະໜາດນ້ອຍ ແກ່ນອ່ອນສີຂຽວ ແກ່ນແກ່ສີເທົາ,
ຫົວກະຣົດຊ່ວຍແກ້ອາການທ້ອງຜູກ, ບິດຊຳເຮື້ອ, ໄອ. ຫາກວ່າຮັບປະທານເປັນປະຈຳຈະຊ່ວຍບຳລຸງສາຍຕາ, ບຳລຸງຫົວໃຈ, ຫຼຸດຄວາມດັນເລືອດ, ຫຼຸດນໍ້າຕານໃນເສັ້ນເລືອດ, ບຳລຸງຜີວໜັງ ແລະ ປັບປະຈຳເດືອນໃຫ້ເປັນປົກກະຕິ. ຜູ້ທີ່ເປັນພະຍາດທາງເດີນຫາຍໃຈ ແລະ ເປັນສິວ ຫາກວ່າດື່ມນໍ້າກະຣົດທຸກວັນຈະຊ່ວຍໃຫ້ອາການດີຂື້ນ. ກະຣົດຍັງຊ່ວຍລົດອັດຕາການເກີດໂລກມະເຮັງໃນປອດໄດ້. ນອກຈາກນີ້ຍັງຊ່ວຍສະໜານຜິວ, ກະຊັບຮູຂຸມຂົນ, ລົບຮອຍຍົ່ນຮອຍດ່າງດຳ ແລະ ເຮັດໃຫ້ຜິວໜ້າເຕັງຕືງໂດຍປັນກະຣົດປະສົມກັບນໍ້າເລັກນ້ອຍທາໃບໜ້າທຸກເຊົ້າແລງ.