APA 6th ed. ຂີງ / Ginger. (2021, July 22). Retrieved from https://www.phakhaolao.la/index.php/kb/0000312
MLA 8th ed. ຂີງ / Ginger. Pha Khao Lao, 22 July 2021, https://www.phakhaolao.la/index.php/kb/0000312.
Chicago 17th ed. Pha Khao Lao. 2021. "ຂີງ / Ginger." Published July 22, 2021. https://www.phakhaolao.la/index.php/kb/0000312.
ການກະກຽມດິນ
ຂິງເປັນພືດປະເພດເຫງົ້າສະສົມອາຫານຢູ່ໃຕ້ດິນ, ຈຶ່ງຕ້ອງການດີນທີ່ມີຄວາມອຸດົມສົມບູນ, ລະບາຍນ້ຳໄດ້ດີ. ດັ່ງນ້ັນໃນການປູກຂິງຈຶ່ງຕ້ອງການພື້ນທີ່ສູງ, ບໍ່ມີນ້ຳຂັງ. ຕ້ອງໄຖປັບດີນໃຫ້ລະອຽດ, ຕາກໄວ້ປະມານ 2 ອາທິດ ເພື່ອໃຫ້ຫຍ້າແຫ້ງຕາຍໝົດ. ຈາກນັ້ນ ໃຫ້ໄຖພວນອິກຄັ້ງ. ຈາກນັ້ນໃຫ້ຍົກຮ່ອງສູງປະມານ 15-20 ຊັງຕິແມັດ. ໃສ່ປູກຂາວຫວ່ານຮອງພື້ນເພື່ອໃຫ້ປັບສະພາບຄວາມເປັນອາຊິດ ແລະ ດ່າງຂອງດິນ ໃນອັດຕາມສ່ວນ 200-400 ກິໂລ/ໄລ່ ແລະ ໃສ່ຝຸ່ນຄອກຮອງພື້ນປະມານ 1-2 ໂຕນ/ໄລ່.