ໝາກແຄ້ງຂົມເຄືອ / Climbing Brinjal

ໝາກແຄ້ງຂົມເຄືອ / Climbing Brinjal

Use
Food
Medicine
Ornamental
Scientific Name / Family
Solanum trilobatum Linn. / Solanaceae
Synonyms
Solanum canaranum Miq.
Solanum fuscum B.Heyne ex Wall., nomen nudum
Solanum griffithii (C.B.Clarke) Kuntze
Solanum hainanense Hance
Solanum maingayi Kuntze
Solanum miyakojimense T.Yamaz. & Takushi
Solanum procumbens Lour.
Solanum prostratum Raeusch., nomen nudum
Solanum sarmentosum Nees
Solanum trilobatum var. griffithii C.B.Clarke
Other Names
ລາວ: ໝາກແຄ້ງຂົມ ແລະ ໝາກແຄ້ງຂົມເຄືອ.
ໄທ: ໝາກແຄ້ງເຄືອ ແລະ ໝາກແຄ້ງຂຽວ.
ອັງກິດ: Purple Fruited Pea Eggplant ແລະ Thai nightshade.
ການາດາ: Kakamunji ແລະ Ambusondeballi.
Conservation Status
Least Concern
Botanical Description

ລຳຕົ້ນເປັນຟຸ່ມ ຫຼື ລຳເຄືອ, ເລືອພັນໄປຕາມຕົ້ນໄມ້, ຍາວ 2-3 ມ, ຮູບກົມ, ມີໜາມຕາມລຳຕົ້ນ ແລະ ກິ່ງກ້ານ, ສີຂຽວເຂັ້ມເປັນມັນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ຮູບສາມຫຼ່ຽມ ຫຼື ລັກສະສະນະຮູບດາວ, ກວ້າງ 1-4 ຊມ, ຍາວ 2-7 ຊມ, ໂຄນໃບແຫຼມ ຫຼື ບ້ຽວ, ຂອບເປັນຄື້ນ, ປາຍເປັນຄື້ນຕື້ນ 3-5 ວັກ, ແຕ່ລະວັກເປັນຮູບມົນ, ມີໜາມຫນ້ອຍໜື່ງກະຈາຍຕາມກ້ານໃບ ແລະ ເສັ້ນກາງໃບ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ສີມ້ວງປົນສີຟ້າ. ກາບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ສີຂຽວ. ກີບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ປາຍມົນ, ປາຍແຫຼມ. ເກສອນເພດຜູ້ມີ 5 ອັນ, ສີເຫຼືອງສົດ. ໝາກຮູບກົມ, ຂະໜາດ 0.5 ຊມ, ຜິວລຽບ, ສີຂຽວມີລາຍສີຂາວ, ໝາກສຸກສີແດງໃສ. ແກ່ນແປ, ຮູບກົມ, ມີຈຳນວນຫຼາຍ.

Description of Use

ອາຫານ:
    ຍອດອ່ອນ: ສາມາດນຳມາກິນເປັນຜັກໄດ້ ແຕ່ຕ້ອງນຳມາຕົ້ມໃຫ້ສຸກກ່ອນ.
    ໝາກອ່ອນ: ຮັບປະທານສົດ, ຕົ້ມ, ລວກ ຫຼື ເຜົາໄຟໃຊ້ເປັນຜັກກິນກັບແຈ່ວ.
ສັບພະຄຸນ:
    ຮາກ: ແກ້ອາການເລືອດອອກຮູທະວານໜັກ, ແກ້ໄອ, ຂັບເສມຫະ, ແກ້ຫອບຫືດ, ຊ່ວຍຂັບປັດສະວະ, ແກ້ໄຂ້ສັນນິບາດ, ຊ່ວຍບຳລຸງທາດ, ແກ້ນ້ຳລາຍໜຽວ, ຂາດນ້ຳ, ເຮັດໃຫ້ເກີດລູກງ່າຍ ແລະ ແກ້ພະຍາດວັນນະໂລກ.
    ລຳຕົ້ນ: ແກ້ອາການທ້ອງອືດໃນຂະນະຖືພາ, ແກ້ໄອ, ຂັບເສມຫະ, ແກ້ນ້ຳລາຍໜຽວ, ຊ່ວຍບັນເທົາອາການໄຂ້ ແລະ ຊ່ວຍຂັບປັດສະວະ.
    ໃບ: ຊ່ວຍບຳລຸງທາດ, ແກ້ໄອ ແລະ ແກ້ນ້ຳລາຍໜຽວ.
    ໝາກສຸກ: ແກ້ໄອ, ຂັບເສມຫະ, ຂັບປັດສະວະ, ຮັກສາພະຍາດເບົາຫວານ, ບຳລຸງນ້ຳບີ, ແກ້ນ້ຳລາຍໜຽວ, ບຳລຸງເລືອດ ແລະ ແກ້ອາການເລືອດອອກບໍລິເວນທະວານ.
    ທັງຕົ້ນ: ຊ່ວຍຂັບເຫື່ອ, ແກ້ໄອ, ແກ້ອາການຫອບຫືດ, ຊ່ວຍຂັບປັດສະວະ, ຊ່ວຍຕ້ານເຊື້ອແບັກທິເຣຍ, ເຊື້ອຣາ, ມີສານຕ້ານອານຸມູນອິດສະຫຼະ, ສານຕ້ານເນື້ອງອກ, ແກ້ອາການຮາກເປັນເລືອດ, ແກ້ພະຍາດໄຂຂໍ້, ຮັກສາພະຍາດຂີ້ເຮື້ອນຫຼາຍຊະນິດ ແລະ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ.
    ປະຈຸບັນໄດ້ພັດທະນາເປັນຢາສຳເລັດຮູບເຊິ່ງເປັນຢາແກ້ໄອ, ຂັບເສມຫະ ແລະ ຮັກສາບາດແຜໃນລຳຄໍ.
ພືດປະດັບ: ນຳມາປູກຕາມຮົ່ມບ້ານເພື່ອເປັນພືດປະດັບເນື່ອງຈາກມີໃບຂຽວຕະຫຼອດປີ, ດອກ ແລະ ໝາກມີສີສັນສວຍງາມ.
ສານສຳຄັນທີ່ພົບ:
    ໃບ: ມີສາຍ Tomatid-5-en-3-ß-ol, ມີນ້ຳຕານ, ໂປຣຕີນ, Alkaloids, Flavonoids, Saponins, Tannins, Cardiac glycoside, Terpenoids ແລະ ໄຂມັນ.
    ສານສະກັດຈາກໃບ: ສາມາດຕ້ານຈຸລະຊີບທີ່ດີຕໍ່ທັງແບັກທິເຣຍແກມບວກ ແລະ ແກມລົບ.
    ດອກ: ມີສານ Alkaloids, Cellulose, Pectins Unidentified organic acid Lignins ແລະ Unidentified saponins.
    ໝາກ: Enzyme oxidase ແລະ Vitamin A ຂ້ອນຂ້າງສູງ.

Contribute