ໝາກລະກຳ / Salacca

ໝາກລະກຳ / Salacca

Use
Food
Medicine
Scientific Name / Family
Salacca wallichiana Mart. / ARECACEAE
Synonyms
Calamus zalacca Roxb.
Salacca beccarii Hook.f.
Salacca macrostachya Griff.
Other Names
ໄທ: ລະກຳ.
ອັງກິດ: Salacca.
ຫວຽດນາມ: Sa lắc ແລະ Mật cật gai móc.
ຈີນ: 日本語で.
Botanical Description

ລຳຕົ້ນເປັນລຳເຫງົ້າ, ມີຍອດແຕກອອກເປັນຕົ້ນ, ຍາວ 2-3 ມ, ລຳຕົ້ນມີໜາມ, ຍາວ 1-2 ຊມ. ໝາກອອກເປັນກະຈຸກ, ມີ 2-5 ກະຈຸກ. ໝາກຮູບຮີ, ເປືອກມີໜາມແຂງຂະໜາດນ້ອຍ, ໝາກມີ 2-3 ກີບ, ເນື້ອອ່ອນອົມນ້ຳ, ມີກິ່ນຫອມ, ເນື້ອສີເຫຼືອງອົມສົ້ມ, ໝາກເປັນສີນ້ຳຕານເຂັ້ມ ຫຼື ສີນ້ຳຕານປົນສີເຫຼືອງ.

Description of Use

ອາຫານ:

  • ສາມາດນຳມາປຸງຣົດຊາດອາຫານໃຫ້ສົ້ມ ເຊັ່ນ ຕົ້ມສົ້ມ, ຕົ້ມຍຳ....
  • ໝາກ: ສາມາດກິນເປັນໝາກໄມ້ສົດໄດ້ ຫຼື ນຳມາເຮັດເປັນຂອງຫວານ.

ສັບພະຄຸນ: 

  • ໝາກ: ຊ່ວຍບັນເທົາອາການຂາດນ້ຳ, ຊ່ວຍຈະເລີນອາຫານ ແລະ ກິນເປັນຢາຮັກສາອາການໄອ.
  • ຍອດ: ຮັກສາອາການໄຂ້, ໃຊ້ເປັນຢາຂັບເສມຫະ, ແກ້ອາການເລືອດດັງໄຫຼ ແລະ ຊ່ວຍໃນການຍ່ອຍອາຫານ.

ຄຸນປະໂຫຍດ: 

  • ນຳມາສະກັດນ້ຳມັນໄດ້.
  • ໃບຫຼັງຈາກລິດໜາມອອກແລ້ວຍັງສາມາດນຳມາກັ້ງເປັນຝາເຮືອນໄດ້.
  • ເມື່ອປອກເປືອກອອກແລ້ວເນື້ອໄມ້ຈະມີຄວາມຢືດຍຸນສາມາດນຳມາໃຊ້ເປັນເຄື່ອງຫຼີ້ນເດັກນ້ອຍ.

ຄຸນຄ່າທາງດ້ານໂພຊະນາການຕໍ່ 100 ກຼາມ:  ພະລັງງານ 51 ກິໂລແຄລໍຣີ່, ໄຂມັນ 0.1 ກຼາມ, ໂປຣຕີນ 0.5 ກຼາມ,​ ວິຕາມິນບີ 2 0.2 ມກ, ວິຕາມິນຊີ 6 ມກ, ແຄລຊຽມ 8 ມກ, ທາດເຫຼັກ 0.4 ມກ ແລະ ຟອສຟໍຣັດ 18 ມກ.

Contribute