ຕົ້ນປະຍົງ / Chinese rice flower

ຕົ້ນປະຍົງ / Chinese rice flower

Use
Medicine
Ornamental
Scientific Name / Family
Aglaia odorata Lour. / MELIACEAE
Synonyms
Aglaia chaudocensis Pierre
Aglaia duperreana Pierre
Aglaia oblanceolata Craib
Aglaia odorata var. chaudocensis (Pierre) Pellegr.
Aglaia odorata var. microphyllina C.DC.
Aglaia odorata var. odorata
Aglaia pentaphylla Kurz
Aglaia repoeuensis Pierre
Aglaia sinensis Pierre
Camunium chinense Roxb.
Opilia odorata (Lour.) Spreng.
Other Names
ລາວ: ຕົ້ນໄຂ່ປູ ແລະ ຕົ້ນປະຍົງ
ໄທ: ຕົ້ນຂະຍົງ, ຕົ້ນໝາກຍົມ, ພະຍົງ, ຍົມ, ປຣະຍົງບ້ານ, ປຣະຍົງໃບໃຫຍ່ ແລະ ຕົ້ນຫອມໄກ່.
ອັງກິດ:Chinese rice flower, Chinese perfume plant, chuln tree, mock lemon, mock lime ແລະ orchid tree.
ຈີນ: 梅水兰, 米岁兰, 米兹兰 ແລະ 说耶兰.
ມຽນມາ: Thanat-ka-wa.
ກຳປູເຈຍ: Trayang.
ຫວຽດນາມ: Ngu ແລະ boa ngu.
Botanical Description

ຕົ້ນປະຍົງຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ມີໃບດົກໜາ. ລຳຕົ້ນສູງ 2-3 ມ ແລະ ສູງບໍ່ເກີນ 5 ມ, ແຕກກິ່ງກ້ານຕັ້ງແຕ່ບໍລິເວນໂຄນຕົ້ນ, ເປືອກຕົ້ນລຽບ, ສີເທົາ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍນຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3-5 ໃບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກ້ວາງ 1-2 ຊມ,​ ຍາວ 2-4 ຊມ,​ ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍມົນ, ສີຂຽວເຂັ້ມ, ຜິວໃບລຽບທັງສອງດ້ານ, ກ້ານໃບແຜ່ອອກເປັນປີກ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ປາຍກິ່ງ, ຍາວປະມານ 5 ຊມ. ດອກຍ່ອຍຈຳນວນຫຼາຍ, ມີຫຼາຍກ່ວາ 10 ດອກ, ລັກສະນະຮູບຊົງກົມຄ້າຍໄຂ່ປາ, ມີສີເຫຼືອງ ແລະ ມີກິນຫອມ. ກີບດອກມີ 6 ກີບ, ຊ້ອນກັນ, ບໍບານ. ໝາກຮູບຊົງກົມ ຫຼື ຮູບຮີ, ມີຂະໜາດປະມານ 1-1.2 ຊມ, ຜິວລຽບເປັນມັນ, ໝາກອ່ອນເປັນສີເຫຼືອງອ່ອນ, ໝາກແກ່ຈະປ່ຽນເປັນສີແດງເຂັ້ມ ຫຼື ສີດຳ. ແກ່ນມີ 1-2 ແກ່ນ, ສີນ້ຳຕານ. 

Description of Use

ສັບພະຄຸນ:

  • ຮາກ: ຊ່ວຍຈະເລີນອາຫານ, ແກ້ຜ່ອມແຫ້ງແຮງໜ້ອຍ, ເປັນຢາແກ້ໄຂ້, ຮາກຊ່ວຍແກ້ເລືອດດັງໄຫຼ, ຊ່ວຍແກ້ອາການອາຮາກເປັນເລືອດ, ເປັນຢາຖອນພິດເບື່ອ ແລະ ແກ້ເມົາ.
  • ໃບ: ຕົ້ມເປັນຢາບຳລຸງຮ່າງກາຍ, ແກ້ພະຍາດກ່ຽວກັບຊ່ວງເອິກ, ແກ້ອາການຊັກ ແລະ ແກ້ໄຂ້ (ຮາກ, ໃບ), ຊ່ວຍຮັກສາກາມມະໂຣກ, ນຳມາຕຳພອກແກ້ຟົກຊ້ຳ ຫຼື ບວມເນື່ອງຈາກລົ້ມ ຫຼື ກະທົບຂອງແຂງ ແລະ ຊ່ວຍຮັກສາຝີໜອງທຸກຊະນິດ.
  • ດອກ: ແກ້ອາການວຽນຫົວ, ເຮັດໃຫ້ຫູຕາສະຫວ່່າງ, ຈິດໃຈປອດໂປ່ງ, ແກ້ອາການເມົາຄ້າງ, ຊ່ວຍດັບຮ້ອນ, ແກ້ອາການຂາດນ້ຳ, ເປັນຢາແກ້ໄຂ້ພຸພອງ, ແກ້ໄອ, ແກ້ຫອບຫືດ, ແກ້ສຽມຫະ, ຊ່ວຍຫຼຸດອາການແໜ້ນເອິກ, ຊ່ວຍຟອກປອດ, ຊ່ວຍແກ້ລົມຈຸດສຍດ, ແກ້ລິດສີດວງໃນທ້ອງ, ຊ່ວຍເລັງການເກີດລູກ ແລະ ຊ່ວຍແກ້ລົມອຳມະພາດ.

ໝາຍເຫດ: ຜູ້ຍິງມີຖືພາຫ້າມດື່ມ ເພາະຈະເຮັດໃຫ້ມີຫຼຸລູກໄດ້.

ໄມ້ປະດັບ: ນິຍົມນຳມາປູກເປັນພືດປະດັບ ເນື່ອງຈາກດອກມີກິ່ນຫອມແຮງ, ເປັນໄມ້ທີ່ມີໃບ ແລະ ຟຸ່ມງາມ, ມີຄວາມແຂງແຮງທົນທານ, ປູກໄດ້ງ່າຍ ແລະ ມີອາຍຸຫຼາຍປີ.

ປະໂຫຍດ: ດອກແຫ້ງສາມາດນຳມາໃຊ້ອົບເຊື້ອຜ້າໃຫ້ມີກິ່ນຫອມ ແລະ ໃຊ້ແຕ່ງກິ່ນໃບຊາ

ສານທີ່ພົບ: 

  • ໃບ: ພົບສານ Aglaiol, Aglaiondiol, (24 S) - Aglaitriol (24 R) - Aglaitriol, ອັນຄາລອຍ Odoratine ແລະ Odoratinol. 
  • ສານພິດ: ມີຢູ່ຫຼາຍຊະນິດເຊັນ ສານໃນກຸ່ມ Cyclopentabenzofuran ເປັນອານຸພາກຂອງສານ Rocaglamide, Odorine, Aglain, Lignanes ແລະ  Triterpenes ເຊິງສານເຫຼົ່ານີ້ສາມາດຂ້າແມງວັນໄດ້.
Contribute