ຕົ້ົົົນມູກໃຫຍ່ / Kurchi

ຕົ້ົົົນມູກໃຫຍ່ / Kurchi

Use
Medicine
Ornamental
Scientific Name / Family
Holarrhena pubescens Wall. ex G.Don / APOCYNACEAE
Synonyms
Chonemorpha antidysenterica (Roth) G.Don
Chonemorpha pubescens (Wall.) G.Don
Echites adglutinatus Burm.f.
Echites antidysentericus Roth
Echites antidysentericus Roxb. ex Fleming
Echites pubescens Buch.-Ham.
Elytropus pubescens (Wall.) Miers
Holarrhena antidysenterica (Roth) Wall. ex A.DC.
Holarrhena antidysenterica Wall.
Holarrhena antidysenterica var. macrantha Kerr
Holarrhena antidysenterica var. pubescens (Wall.) J.L.Stewart & Brandis
Holarrhena codaga G.Don
Holarrhena febrifuga Klotzsch
Holarrhena fischeri K.Schum.
Holarrhena glaberrima Markgr.
Holarrhena glabra Klotzsch
Holarrhena macrocarpa (Hassk.) Fern.-Vill.
Holarrhena malaccensis Wight
Holarrhena perrotii Spire
Holarrhena pierrei Spire
Holarrhena tettensis Klotzsch
Holarrhena villosa Aiton ex Loudon
Nerium sinense Hunter ex Ridl.
Physetobasis macrocarpa Hassk.
Other Names
ໄທ: ຢາງພຸດ, ຕົ້ນມູກຂາວ, ພຸດ, ພຸດຮັກສາ, ມູກມັນນ້ອຍ, ມູກມັນຫຼວງ, ໂມກເຂົ້າ, ໂມກທຸງ, ໂມກໃຫຍ່ ແລະ ໜາມເນື້ອ.
ອັງກິດ: Kurchi, Easter tree, Conessi bark, Ivory tree, Indrajao, Bitter Oleander ແລະ Tellicherry tree.
ຈີນ: 中文名.
Conservation Status
Least Concern
Botanical Description

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ໄມ້ຢືນຕົ້ນະໜາດກາງ. ລຳຕົ້ນສູງ 3-15 ມ, ຮູບກົມ, ເປືືອກຕົ້ນທາງນອກເປັນສີເທົ່າອ່ອນ ຫຼື ສີນ້ຳຕານ, ແຕກອອກເປັນເກັດ, ກົມບໍ່ສະເໝີກັນ, ເປືອກຂັ້ນໃນເປັນສີຈືດ, ທຸກສ່ວນຂອງຕົ້ນມີຢາງສີຂາວຂຸ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ, ກ້ວາງ 4-12 ຊມ, ຍາວ 10-27 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ,​ ຜິວໃບດ້ານເທິງມີຂົນອ່ອນນຸ້ມປົກຄຸມບາງໆ, ສ່ວນຜິວໃບດ້ານລຸ່ມມີຂົນປົກຄຸມຢ່າງໜາແໜ້ນ, ໃບຫຼົ່ນງ່າຍ. ກ້ານໃບຍາວ 0.2-0.6 ຊມ. ຊໍ່ດອກແບບກະຈຸກ, ອອກບໍລິເວນໃກ້ກັບປາຍກິ່ງ, ຊໍ່ດອກຫ້ອຍລົງ, ຍາວ 4-10 ຊມ. ກ້ານຊໍ່ດອກຍາວ 0.6-1.7 ຊມ. ດອກຍ່ອຍຈຳນວນຫຼາຍ, ມີຂະໜາດ 2.5-3.5 ຊມ, ສີຂາວ ຫຼື ສີເຫຼືອງອ່ອນ ຫຼື ບາງຄັ້ງອອກສີບົວອ່ອນ,​ ມີກິ່ນຫອມ. ກາບດອກໂຄນເຊື່ອມກັນເລັກນ້ອຍ, ປາຍແຍກເປັນ 5 ແສກ, ຂະໜາດ 2-4 ມມ, ລັກສະນະແຄບ ແລະ ແຫຼມ,​ ມີຕ່ອມກະຈາຍຢູ່ທົ່ວ, ມີຂົນສີຂາຍກະຈາຍທົ່ວກາບດອກ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 9-11.5 ມມ, ປາຍເປັນ 5 ແສກ, ຊ້ອນເຫຼືອມກັນ, ວຽນຊ້າຍ, ຜິວດ້ານນອກມີຂົນສີຂາວ. ເກສອນເພດຜູ້ມີ 5 ອັນ, ກ້ານຊູເຊື່ອມຕິດກັນໃນຫຼອດກີບດອກ, ໂຄນກ້ານຊູມີຂົນ, ຖົງລະອອງແຄບ, ຮູບລູກສອນ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງແຍກອອກຈາກກັນ, ຄໍເຕົ້າໄຂ່ເຊື່ອມຕິດກັນ, ຍາວ 1.8-2.5 ຊມ. ໝາກເປັນຝັກຄູ່ຫ້ອຍໂຄ້ງລົງ, ລັກສະນະຮູບຊົງກະບອກແຄບ, ກ້ວາງ 0.3-0.8 ຊມ, ຍາວ 18-43 ຊມ, ໂຄນແປ, ປາຍຝັກແຫຼມ, ໝາກແກ່ແລ້ວແຕກອອກເປັນ 2 ແສກ. ແກ່ນຈຳນວນຫຼາຍ, ລັກສະນະແປ, ຂະໜາດ 1.3-1.7 ມມ, ສີນ້ຳຕານ, ກ້ຽງ, ມີຂົນສີຂາວຈັບແບບກະຈຸກ, ຈັບຢູ່ຍອດແກ່ນສາມາດປິວໄປຕາມລົມໄດ້.

Description of Use

ສັບພະຄຸນ: 

  • ຮາກ: ຕົ້ມດື່ມແກ້ອາການຖອກທ້ອງ, ເຈັບທ້ອງບິດ, ຊ່ວຍຂັບເລືອດ, ຂັບເລືອດປະຈຳເດືອນຂອງແມ່ຍິງ ແລະ ຊ່ວຍຂັບເລືອດເສຍ.
  • ເປືອກຕົ້ນ: ຊ່ວຍແກ້ອາການທ້ອງຂີ້ຮາກ (ເປືອກ, ນ້ຳມັນຈາກເມັດ), ຊ່ວຍຈະເລີນອາຫານ, ບຳລຸງທາດທັງ 4 , ເປັນຢາແກ້ເບົາຫວານ, ປຸງເປັນຢາແກ້ໄຂ້ສັ່ນ, ແກ້ໄຂ້ເນື່ອງຈາກລົມ, ແກ້ໄຂ້ເນື່ອງຈາກເລືອດ, ແກ້ໄຂ້ພິດ, ຊ່ວຍຂັບເສມຫະເປັນພິດ, ແກ້ພະຍາດລຳໄສ້, ແກ້ທ້ອງບິດ, ແກ້ທ້ອງບິດມູກເລືອດ, ເປືອກແຫ້ງນຳມາທາຕົວແກ້ທ້ອງໃຫຍ່ໄດ້, ແກ້ດີພິການ, ຊ່ວຍຂັບນ້ຳເຫຼືອງເສຍ, ນຳມາຕົ້ມດື່ມຊ່ວຍແກ້ອາການເຈັບກ້າມເນື້ອ ແລະ ຊ່ວຍຟອກເລືອດ.
  • ເນື້ອໄມ້ ຫຼື ແກ່ນໄມ້: ເປັນຢາແກ້ພະຍາດຜິວໜັງ ແລະ ກາກເກື້ອນ.
  • ໃບ: ຊ່ວຍຮັກສາຫຼອດລົມອັກເສບ, ຂັບພະຍາດພິດໃນທ້ອງ, ຂັບພະຍາດແມ່ທ້ອງ, ນຳມາຕົ້ມອາບຮັກສາພະຍາດຫິດ (ເປຶອກ, ໃບ), ຊ່ວຍຮັກສາແຜ່ພຸພອງ, ຮັກສາຝີ, ຊ່ວຍແກ້ອາການເຈັບກ້າມເນື້ອ ແລະ ຊ່ວຍຂັບນ້ຳນົມຂອງແມ່ຍິງ.
  • ດອກ: ເປັນຢາຂັບພະຍາດພິ ແລະ ຖ່າຍພະຍາດພິດ.
  • ໝາກ: ເປັນຢາແກ້ສັນນິບາດ, ຊ່ວຍແກ້ວັນນະໂຣກຂອງແມ່ຍິງເວລາຢູ່ໄຟ ແລະ ຊ່ວຍຂັບເລືອດ.
  • ແກ່ນ: ເຮັດໃຫ້ແຂ້ວແຂງແຮງ, ເປັນຢາແກ້ໄຂ້, ແກ້ຖອກທ້ອງ, ແກ້ໄຂ້ເພື່ອເກີດສານໂຣກ, ຊ່ວຍຂັບລົມ, ຊ່ວຍໃນການຂັບຖ່າຍ, ແກ້ທ້ອງເສຍ,​ ແກ້ທ້ອງບິດ, ຊ່ວຍຖາຍພະຍາດພິດໃນລຳໄສ້,​ ຮັກສາແຜ່, ຮັກສາແຜ່ໃນລຳໄສ້, ຊ່ວຍແກ້ຕານເຕັ້ນ ແລະ ຊ່ວຍຮັກສາພະຍາດຜິວໜັງ.

ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບ.

    ນອກນີ້ເນື້ອໄມ້ຍັງສາມາດນຳມາປະດິດເປັນເຄື່ອງໃຊ້ສອຍໃນເຮືອນ.

ສານສຳຄັນທີ່ພົບ: ສານ ອັນຄາລອຍປະມານ 4,5% ເຊິ່ງປະກອບໄປດ້ວຍ Conessine, Kurchine ແລະ Kurchicine. ສ່ວນໃນໃບພົບສານ kurchamine ແລະ kurchessine. ເປືອກຕົ້ນພົບສານ Conessine ຈຳນວນ 0,4% ສາມາດນຳມາຮັກສາພະຍາດບິດໄດ້ແຕ່ບໍ່ນິຍົມເນື່ອງຈາກມີຜົນຂ້າງຄຽງຕໍ່ລະບົບປະສາດ. 

Contribute