ເລັບເງືອກ / Milkbush

ເລັບເງືອກ / Milkbush

Use
Energy
Medicine
Ornamental
Scientific Name / Family
Euphorbia antiquorum L. / EUPHORBIACEAE
Synonyms
Euphorbia antiquorum var. polygona Wight
Euphorbia arborescens Roxb.
Euphorbia mayuranathanii Croizat
Tithymalus antiquorus (L.) Moench
Other Names
ໄທ: ກະລຳພັກ, ເຄີຍະລຽມ, ງອນງູ, ເຄີຍະຍາ, ສະຫຼັດໄດປ່າ, ທູດຸເກລະ ແລະ ສະຫຼັດໄດ.
ຊື່ສາມັນ: Sudu, Antique Spurge, Malayan Spurge Tree, Square cactus, Indian Spurge Tree, Fleshy spurge, Square milk hedge, Square Spurge ແລະ Triangular Spurge.
ຈີນ: 霍艳乐, 霸王鞭, 金鋼杵, 火殃簕 ແລະ 王边姨妈.
Botanical Description

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ, ຄ້າຍຕົ້ນກະບອງເພັດ. ລຳຕົ້ນສູງ 3-6 ມ, ແຕກກິ່ງຈຳນວນຫຼາຍ, ຮູບສາມຫຼ່ຽມ ແລະ ສີ່ຫຼ່ຽມ, ອວບນ້ຳ, ຜິວລຽບ, ຕາມຂອບສັນ ຫຼື ຫຼ່ຽມມີລັກສະນະເປັນແສກ ແລະ ມີໜາມເປັນຄູ່ໆ, ທຸກສ່ວນຂອງລຳຕົ້ນມີຢາງສີຂາວຂຸ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ມີຂະໜາດນ້ອຍຫຼາຍ, ອວບນ້ຳ ແລະ ຫຼົ່ນໄດ້ງ່າຍ. ຊໍ່ດອກມີລັກສະນະສັ້ນ, ອອກຕາມສັນຂອງລຳຕົ້ນ ຫຼື ກິ່ງກ້ານ. ດອກແຍກເພດໃນຕົ້ນດຽວກັນ. ໃບປະດັບດອກສີງ 5 ໃບ, ສີເຫຼືອງ. ບໍ່ມີກີບດອກ. ຊໍ່ດອກໜຶ່ງຈະມີດອກເພດແມ່ 1 ດອກ ແລະ ດອກເພດຜູ້ຈຳນວນຫຼາຍ. ໝາກແຫ້ງ, ຮູບ 3 ຫຼ່ຽມ, ສີແດງ ຫຼື ສີນ້ຳຕານເຂັ້ມ, ໝາກແຫ້ງແລ້ວແຕກ.

Description of Use

ສັບພະຄຸນ: 

  • ຮາກ ແລະ ຕົ້ນ: ແກ້ຫອບຫືດ. 
  • ຕົ້ນ ແລະ ໃບ: ໃຊ້ແກ້ກະເພາະອັກເສບແບບສຽບພັນ (ນຳຕົ້ນສົດ ຫຼື ໃບ 30-70 ກຼາມນຳມາຊັບ ຫຼື ຕຳຄັ້ນເອົານ້ຳ, ຈາກນັ້ນນຳເຂົ້າສານ 15 ກຼາມມາມ່າປະໄວ້ຈົນອອກສີເຫຼືອງ ແລ້ວນຳມາຕົ້ມກິນ.
  • ກ້ານ, ໃບ ແລະ ຢາງ: ແກ້ອາການທ້ອງອືດ, ທ້ອງເຟີ້, ຖອກທ້ອງ, ໃຊ້ເປັນຢາຖ່າຍ, ຢາຂັບພິດ, ຮັກສາຜື່ນຄັນ, ຝີໜອງ, ຊ່ວຍຖອນພິດໜອງ, ແກ້ອາການເຈັບບວມ, ໃຊ້ເປັນຢາຂັບພິດ, ແລະ ຫຼຸດອາການແສບຮ້ອນ.
  • ແກ່ນຕົ້ນ: ເປັນຢາບຳລຸງຫົວໃຈ, ແກ້ລົມ, ແກ້ໄຂ້, ແກ້ພິດເສມຫະ, ຊ່ວຍບຳລຸງຕັບ ແລະ ປອດ.
  • ຢາງ: ໃຊ້ເຮັດເປັນຢາແກ້ທ້ອງໃຫຍ່, ແກ້ບວມນ້ຳ, ນຳມາໜຶ້ງໃຫ້ສຸກ ແລະ ຕາກໃຫ້ແຫ້ງກິນເປັນຢາຖ່າຍຢ່າງແຮງ, ແກ້ເຈັບທ້ອງ, ຖ່າຍຍາກ, ແກ້ຝີທີທະວານໜັກ, ຮັກສາອາການຮູທະວານໜັກອັກເສບແບບຊ້ຳເຮື້ອ, ແກ້ອາການມີໜອງຈົນເກີດການຕິດເຊື້ອ, ຊ່ວຍຂັບປັດສະວະ, ຊ່ວຍຂັບຖ່າຍຫົວລິດຊີດວງ, ຮັກສາພະຍາດຕັບແຂງ, ເປັນຢາທາພາຍນອກຮັກສາພະຍາດຜິວໜັງ, ແກ້ຜື່ນຄັນ, ແກ້ກາກເກືອນ, ໃຊ້ເປັນຢາກັດຂີ້ກະຕອດ, ແກ້ອາການເຈັບຫຼັງ ແລະ ແກ້ອຳມະພາດ.
  • ບໍ່ລະບຸສ່ວນທີ່ໃຊ້: ຊ່ວຍບຳລຸງທາດໄຟ, ແກ້ອາການຈ່ອຍເຫຼືອງ, ແກ້ອາການທ້ອງຜູກ, ອາຫານບໍ່ຍ່ອຍ, ຖ່າຍຍາກ, ຂັບຖ່າຍລິດຊີດວງໃນລຳໄສ້ ແລະ ຊ່ວຍຂັບເລືອດເສຍ.

ຂໍ້ຄວນລະວັງ:

  • ນ້ຳຢາງສີຂາວມີພິດ: ຖ້າເຂົ້າຕາຈະເຮັດໃຫ້ຕາອັກເສບ, ຕາບອດຊົ່ວຄາວ ຫຼື ຕາບອດຖາວອນໄດ້. ຖ້າຖືກຜິວໜັງຈະກັດຜິວ, ເຮັດໃຫ້ຜິວໜັງອັກເສບ, ມີອາການແສບຄັນ, ແດງໄໜ້, ເປື່ອຍ ແລະ ເປັນຕຸ່ມນ້ຳໃສ. ໃນຢາງພົບສານ 3-O-angeloylingenol ເຊິ່ງເປັນສານກໍມະເຮັງ.
  •  ຜູ້ຍິງຖືພາ ແລະ ເດັກນ້ອຍອາຍຸຕ່ຳກ່ວາ 9 ປີຫ້າມໃຊ້ສະໝູນໄພຊະນິດນີ້.
  • ວິທີກຳຈັດພິດ: ໃຊ້ຢາແຫ້ງປະສົມກັບເຂົ້າຂົ້ວຈົນເປັນສີເຫຼືອງຈຶ່ງສາມາດນຳໄປໃຊ້ໄດ້.

ໃຊ້ເປັນໄມ້ປະດັບ: ນິຍົມນຳມາປູກເປັນຮົ້ວ, ປ້ອງກັນຄົນ, ສັດ ແລະ ຊ່ວຍເປັນໄມ້ປະດັບ.

ພະລັງງານ: ນ້ຳຢາງສີຂາວສາມາດນຳໄປສະກັດເປັນນ້ຳມັນເຊື້ອໄຟໄດ້ດີໃນເຄື່ອງມີທາງການກະເສດ.

ສານເຄມີທີ່ພົບ:

  • ພົບສານເຄມີຈຳພວກ Friedalan-3 a-0l, Taraxerol, C30H50O, Taraxerone, C30H48O, Euphorbium ແລະ Euphorbol.
  • ສານພິດທີ່ພົບແມ່ນຈຳພວກ deoxyphorbol ເຊັ່ນ: euphorbin ມີ tetracyclic diterpene.
Contribute