ຜັກປອງແປວໃບສັ້ນ / Water Wisteria

Use
Ornamental
Scientific Name / Family
Justicia stricta Vahl / ACANTHACEAE
Synonyms
Cryptophragmium axillare Nees
Hygrophila stricta (Vahl) Lindau
Nomaphila minor C.B.Clarke
Nomaphila stricta (Vahl) Nees
Other Names
ໄທ: ຫຍ້າຫາງນົກຍູງໃບສັ້ນ ແລະ ສະຕິດຕ້າ.
ອັງກິດ: hygrophila, water wisteria, Indian plant, blue stricta ແລະ hygro.
Botanical Description

ຈັດເປັນພືດລົ້ມລຸກມີອາຍຸຫຼາຍປີ. ລຳຕົ້ນຢູ່ເໜືອນ້ຳ, ຮູບກົມຮຽວຍາວ, ມີຂໍ້ປ້ອງ, ລຳຕົ້ນໃຕ້ນ້ຳມີຂໍ້ ແລະ ປ້ອງສັ້ນກວ່າສ່ວນທີ່ຢູ່ເໜືອນ້ຳ, ສີຂຽວປົນສີນ້ຳຕານ, ຂົນສີຂາວ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບຂອບຂະໜານ ຫຼື ຮູບໄຂ່, ກວ້າງ 1-2.5 ຊມ, ຍາວ 5-10 ຊມ, ໂຄນໃບຮຽວແຫຼມ, ຂອບເປັນແສກແຂ້ວ, ປາຍແຫຼມ, ໃບໃຕ້ນ້ຳກວ້າງ 1.5-4 ຊມ, ຍາວ 10-20 ຊມ, ສີຂຽວອອ່ນ. ກ້ານໃບຍາວ 1-2.5 ຊມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ. ດອກຍ່ອຍສີມ່ວງອອ່ນ ຫຼື ສີບົວ. ກາບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ສີຂຽວ. ກີບດອກສີ 2 ແສກ, ກີບເທິງມີຂະໜາດໃຫຍ່ກວ່າກີບລຸ່ມ, ດ້ານໃນຂອງກີບລຸ່ມນູນຂຶ້ນເລັກນ້ອຍ. ໝາກຮູບໄຂ່ ຫຼື ຮູບຮີ, ຮູບແຄບຊູນ. ແກ່ນມີຈຳນວນຫຼາຍ, ຂະໜາດນ້ອຍ.

Description of Use

ພືດປະດັບ:

  • ລຳຕົ້ນ: ມີໃບທີ່ສວຍງາມນິຍົມນຳມາປູກເປັນພືດປະດັບຕາມຕູ້ປາ.
Contribute