ລະຄັງທອງ / Pauldopia

Use
Income
Ornamental
Scientific Name / Family
Pauldopia ghonta (Buch.-Ham. ex G.Don) Steenis / Bignoniaceae
Synonyms
Bignonia ghonta Buch.-Ham. ex G.Don
Radermachera alata Dop
Radermachera bipinnata (Collett & Hemsl.) Steenis ex Chatterjee
Radermachera ghonta (Buch.-Ham. ex G.Don) Chatterjee
Stereospermum ghonta (Buch.-Ham. ex G.Don) C.B.Clarke
Tecoma bipinnata Collett & Hemsl.
Other Names
ຊື່ໄທ: ລະຄັງທອງ, ລະຍ້າທອງ.
ຊຶ່ຈີນ: 翅叶木
Conservation Status
Endangered
Botanical Description

ເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ປານກາງ. ລຳຕົ້ນສູງ 4-7 ມ. ໃບປະສົມແບບຂົນນົກຂັ້ນສອງ, ອອກຮຽງກົງກັນຂ້າມກັນ. ໃບຍ່ອຍມີ 3-4 ຄູ່, ຮູບຂອບຂະໜານ, ຮູບໄຂ່ ຫຼື ຮູບໄຂ່ປີ້ນ, ຍາວ 3-9 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍຮຽວແຫຼມ ຫຼື ຍາວເປັນຫາງ, ຜິວໃບດ້ານລຸ່ມມີຂົນແຂງ ແລະ ຕ່ອມກະຈາຍຢູ່ຕາມເສັ້ນກ່າງກາງໃບ, ບໍ່ມີກ້ານ. ຊໍ່ດອກແບບກະຈຸກແຕກແໜງ, ອອກຕາມງ່າມໃບ, ຍາວປະມານ 20 ຊມ. ດອກຍ່ອຍຈຳນວນຫຼາຍ, ຮູບແກ. ກາບດອກຮູບລະຄັງ, ຍາວ 1-2 ຊມ, ປາຍແຍກເປັນ 5 ແສກ, ຂະໜາດນ້ອຍ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດໂຄ້ງເລັກນ້ອຍ, ຍາວ 3-6 ຊມ, ປາຍແຍກເປັນ 5 ແສກ, ຮູບເກືອບກົມ, ມີເສັ້ນຜ່າສູນກາງປະມານ 1.5 ຊມ, ສີນ້ຳຕານແດງ. ເກສອນເພດຜູ້ມີ 2 ຄູ່, ຍາວບໍ່ເທົ່າກັນ, ຍາວ 2-2.5 ຊມ, ເກສອນເພດຜູ້ມີ 1 ອັນ, ຂະໜາດນ້ອຍ. ຖານຮອງດອກຮູບແຫວນ, ຄໍເຕົ້າໄຂ່ຍາວປະມານ 3 ຊມ. ໝາກຮູບແຖບ, ຍາວ 2-2.5 ຊມ, ແຫ້ງແລ້ວແຕກ. ແກ່ນຮູບກົມ, ເສັ້ນຜ່າສູນກາງ 6-8 ມມ.

Description of Use

ພືດປະດັບ: ນິຍົມນຳມາປູກເປັນພືດປະດັບ.

ເປັນສິນຄ້າ: ປູກໃສ່ໂຖເປັນສິນຄ້າຂາຍ 1 ໂຖ: 90.000-110.000 ກີບ.

Contribute