ດອກກະດອມປ່າ / Dok Ka Dom

Use
Medicine
Ornamental
Scientific Name / Family
Ridsdalea thailandica (Tirveng.) J.T.Pereira / Rubiaceae
Synonyms
Rothmannia thailandica Tirveng.
Other Names
ຊື່ໄທ: ພຸດຫອມ, ພຸດຫອມໄທ.
Conservation Status
Vulnerable
Botanical Description

ເປັນໄມ້ຟຸ່ມ. ລຳຕົ້ນສູງ 5-7 ມ. ໃບດ່ຽວ, ຮູບຫອກປີ້ນ, ກ້ວາງ 3-6 ຊມ, ຍາວ 9-12 ຊມ, ໂຄນໃບຮູບຫຼິ້ມ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ. ກ້ານໃບສັ້ນຫຼາຍ, ຍາວປະມານ 1 ຊມ, ມີຮ່ອງດ້ານເທິງ. ຫູໃບຈັບກົງກັນຂ້າມການຈັບຂອງໃບ, ຮູບສາມຫຼ່ຽມ, ຂະໜາດນ້ອຍ. ດອກດ່ຽວ ຫຼື ຊໍ່ກະຈຸກ, ມີ 2-3 ດອກ, ອອກຕາມງ່າມໃບ ຫຼື ປາຍຍອດ. ໃບປະດັບດອກຮູບສາມຫຼ່ຽມກ້ວາງ. ຖານຮອງດອກຍາວປະມານ 5.5 ມມ.  ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 2.5 ມມ, ປາຍແຍກເປັນ 5 ແສກ, ຮູບສາມຫຼ່ຽມ, ມີຂົນ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1.7-2 ຊມ, ປາຍແຍກເປັນ 5 ແສກ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວປະມານ 2 ຊມ, ປາຍແຫຼມ, ສີຂາວ, ປາຍຫຼອດກີບດອກມີຈຸດສີມ່ວງກະຈາຍຫ່າງໆ. ເກສອນເພດຜູ້ຍາວກາຍຫຼອດກີບດອກ, ຖົງລະອອກຮູບແຖບ, ສີຂາວປົນສີເຫຼືອງ. ເຕົ້າໄຂ່ຈັບເທິງ, ຄໍເຕົ້າໄຂ່ຍາວ 2.5 ຊມ. ໝາກຮູບຮີ, ຍາວປະມານ 4 ຊມ.

Description of Use

ສັບພະຄຸນ: ຮາກ, ເປືອກ, ໃບ, ໝາກ ແລະ ແກ່ນຊ່ວຍລຳລຸງຫົວໃຈ, ເລືອດ, ທາດຕ່າງໆໃນຮ່າງກາຍ ແລະ ການຈະເລີນອາຫານ, ໃຊ້ເປັນຢາຖອນພິດ, ແກ້ຜື່ນຄັນເນື່ອງຈາກອາການແພ້ອາຫານຕ່າງໆ, ແກ້ໄຂ້ອີສຸກອີໃສ, ແກ້ຖອກທ້ອງ, ເຈັບຕາ.

ພືດປະດັບ: ຖືກນຳມາປູກເປັນພືດປະດັບ.

Contribute