ພຸດແຫຼມ / Narrowly Leave Kopsia

Use
Medicine
Ornamental
Scientific Name / Family
Kopsia angustipetala Kerr / Apocynaceae
Synonyms
Other Names
ຊື່ໄທ: ພຸດປາກເປັດ, ພຸດແຫຼມ, ໝວກງາຊ້າງ.
Botanical Description

ເປັນໄມ້ຟຸ່ມ. ລຳຕົ້ນສູງ 3-5 ມ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຂອບຂະໜານ ຫຼື ຮູບໃບຫອກ, ກ້ວາງ 2-6 ຊມ, ຍາວ 3-15 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບລຽບ, ປາຍຮຽວແຫຼມ ຫຼື ຍາວເປັນຫາງ, ແຜ່ນໃບໜາຄ້າຍຄືໜັງ. ກ້ານໃບຍາວ 1-7 ມມ. ຊໍ່ດອກແບບກະຈະແໜ້ນ, ຍາວ 2.5-15 ຊມ. ດອກຍ່ອຍຮຽງຕົວແໜ້ນ, ກ້ານດອກຍາວ 1-2 ມມ. ກາບດອກມີ 5 ກາບ, ຂອບຂະໜານ​ ຫຼື ຮູບຫອກ, ປາຍແຫຼມ, ຍາວ 1.3-2.5 ຊມ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1-2.3 ຊມ, ປາຍແຍກເປັນ 5 ແສກ, ຮູບຫອກ, ຍາວ 0.7-1.5 ຊມ. ເກສອນເພດຜູ້ຕິດກາງຫຼອດກີບດອກ, ຖົງລະອອງຈັບປາຍ, ຮູບໄຂ່, ຍາວ 1-2 ມມ, ຖານດອກຍາວປະມານ 1 ມມ. ເຕົ້າໄຂ່ມີຂົນຢູ່ປາຍ, ຄໍເຕົ້າໄຂ່ຍາວ, 1-1.3 ຊມ, ປາຍແຍກເປັນສອງແສກ. ໝາກກຸ່ມ, ອອກເປັນຄູ່, ຮູບກຽວ, ຍາວ 1-2 ຊມ, ມີຂົນອ່ອນນຸ້ມ. ໝາກແຫ້ງແລ້ວແຕກ.

Description of Use

ສັບພະຄຸນ: ຮາກ ແລະ ເປືອກມີສັບພະຄຸນຊ່ວຍຮັກສາອາການຖອກທ້ອງ.

ພືດປະດັບ: ຖືກນິຍົມປູກເປັນພືດປະດັບ.

Contribute