ປໍຫົວເສືອ / Por Houa Seua

Use
Ornamental
Scientific Name / Family
Bombycidendron grewiifolium (Hassk.) Zoll. & Moritzi / Malvaceae
Synonyms
Hibiscus bantamensis Miq.
Hibiscus cinnamomifolius Chun & Tsiang
Hibiscus gravifolius Kuntze
Hibiscus grewiifolius Hassk.
Hibiscus praeclarus Gagnep.

Other Names
ຊື່ລາວ: ປໍຕອມ, ປໍຫົວເສືອ
ຊື່ໄທ: ພັນຕາວັນ, ຈົງເພີຍນ, ງາຊ້າງ.
ຊື່ຈີນ: 樟叶槿
Botanical Description

ປໍຫົວເສືອເປັນໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 10 ມ, ມີຂົນຮູບດາວກະຈາຍຢູ່ທົ່ວກິ່ງອ່ອນ, ກ້ານໃບ, ກ້ານດອກ, ດິ້ວປະດັບ ແລະ ກາບດອກດ້ານນອກ. ມີຫູໃບຮູບເຂັມ, ຫຼົ່ນງ່າຍ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ, ຮູບຫອກ ຫຼື ຮູບໄຂ່, ກ້ວາງ 4-6 ຊມ, ຍາວ 6-15 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ ຫຼື ມົນ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ກ້ຽງ ຫຼື ມີຂົນຮູບດາວກະຈາຍຫ່າງໆ. ກ້ານໃບກົມ, ຍາວ 0.5-1.5 ຊມ. ດອກດ່ຽວ, ອອກຕາມງ່າມໃບ, ກ້ານດອກຍາວ 1-3 ຊມ. ດິວປະດັບດອກມີ 7-9 ອັນ, ຮູບຫຼິ່ມແຄບ ຫຼື ຮູບຫອກ, ຍາວ 0.7-1.2 ຊມ. ກາບດອກເຊື່ອມຕິດກັນຮູບຖ້ວຍ, ຍາວ 1-1.5 ຊມ, ປາຍແຍກເປັນ 5 ແສກ, ຮູບສາມຫຼ່ຽມປົນຮູບຂອບຂະໜານ, ຍາວ 1.5-2 ຊມ, ຍາວ 1.5-2 ຊມ, ປາຍຮຽວແຫຼມ, ດ້ານໃນມີຂົນ, ສີນ້ຳຕານແດງ. ກີບດອກຮູບໄຂ່ປີ້ນ, ຍາວ 6-10 ຊມ, ສີເຫຼືອງ. ເກສອນເພດຜູ້ຈັບຢູເສົາເກສອນຢ່າງໜາແໜ້ນ, ເສົາເກສອນຍາວ 2-3.5 ຊມ. ເຕົ້າໄຂ່ຈັບເທິງ, ປາຍຮວງຮັບແຍກເປັນ 5 ແສກ. ໝາກຮູບຮີກ້ວາງ ຫຼື ຮູບເກືອບກົມ, ຍາວ 2-3 ຊມ, ໝາກແຫ້ງແລ້ວແຕກອອກເປັນ 5 ແສກ, ມີກາບຕິດຢູ່ຈົນເປັນໝາກ, ມີຂະໜາດຍາວກ່ວາໝາກ. ແກ່ນມີ 4-5 ແກ່ນຕໍ່ແສກ, ຮູບໝາກໄຂ່ຫຼັງ, ຍາວປະມານ 5 ມມ, ມີຂົນຍາວກະຈາຍຢ່າງໜາແໜ້ນ.

Description of Use

ດອກມີຄວາມສວຍງາມສາມາດນຳມາປູກເປັນພືດປະດັບຕາມສວນສາທາລະນະ. ເກສອນນ້ຳຫວານເປັນແຫຼ່ງອາຫານຂອງແມງໄມ້ ແລະ ສັດປ່າ.

Contribute