ພວງຊົມພູ / Mexican Creep

Use
Food
Medicine
Ornamental
Scientific Name / Family
Antigonon leptopus Hook.f. & Arn. / Polygonaceae
Synonyms
Polygonum cirrhosum Moc. & Sessé ex Meisn.
Corculum leptopus Stuntz
Antigonon platypus Hook. & Arn.
Antigonon cordatum M.Martens & Galeotti
Antigonon cinerascens M.Martens & Galeotti
Antigonon amabie K.Koch
Other Names
ຊື່ໄທ: ສົມພູພວງ, ຫອນນາກ ແລະ ພວງນາກ.
ຊື່ສາມັນ: Mexican Creeper, Bee Bush, Bride’s tears, Coral Vine, Chain of Love, Confederate Vine, Corallita, Hearts on a Chain, Honolulu Creeper, Queen’s Jewels, Mountain Rose Coralvine, San Miguelito Vine and Rose Pink Vine.
Conservation Status
Least Concern
Botanical Description

ລຳຕົ້ນເປັນລຳເຄືອ, ມີຫົວຢູ່ໃຕ້ດິນ. ໃບອອກຮຽງສະຫຼັບ, ຮູບຫົວໃຈ ຫຼື ຮູບຫອກ, ກ້ວາງ 2-4 ຊມ, ຍາວ 2.5-10 ຊມ, ໂຄນໃບຮູບຫົວໃຈ, ຂອບແສກແຂ້ວ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ. ຊໍ່ດອກແບບກະຈະແຕກແໜງ, ຍາວ 1-5 ຊມ. ດອກຍ່ອຍອອກແບບກະຈຸກ. ມີກີບລວມປະມານ 5 ກີບ, ຍາວປະມານ 1,2 ຊມ, ກີບນອກມີ 2-3 ກີບ, ຮູບໄຂ່, ກີບໃນຮູບຂອບຂະໜານ. ເກສອນເພດຜູ້ມີ 8 ອັນ, ເຕົ້າໄຂ່ມີ 3 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່. ໝາກແຫ້ງແລ້ວຫຼົ່ນລົງ, ຮູບສາມຫຼ່ຽມ, ຍາວ 0.6-1 ຊມ. ແກ່ນມີກີບລວມທີ່ຂະຫຍາຍຫຸ້ມໄວ້, ຂະໜາດນ້ອຍ.

Description of Use

ເປັນອາຫານ: ຍອດອ່ອນ ແລະ ດອກທີ່ຍັງບໍ່ທັນບານເຕັມທີສາມາດນຳມາຫຼວກກິນກັບແຈ່ວ, ນຳມາຊຸບ ຫຼື ນຳໄປຈຸ່ມແປ້ງທອດກິນໄດ້.

ສັບພະຄຸນ: ຮາກ ແລະ ເຄືອໃຊ້ເປັນຢາກ່ອມປະສາດ, ເຮັດໃຫ້ຫຼັບດີ.

ພືດປະດັບ: ເປັນພືດທີ່ປູກງ່າຍ ແລະ ງາມຈຶ່ງເໝາະແກ່ການປູກເປັນພືດປະດັບ.

Contribute