ເອື້ອງກະເປົາສ້ອຍສັງວານ / Canh's Paphiopedilum

Use
Income
Ornamental
Scientific Name / Family
Paphiopedilum canhii Aver. & O.Gruss / Orchidaceae
Synonyms
Paphiopedilum canhii var. funingense Z.J.Liu & L.J.Chen
Other Names
Conservation Status
Critically Endangered
Botanical Description

ເປັນດອກເຜິ້ງທີ່ເກີດຢູ່ດີນ ຫຼື ຕາມຜາຫີນ, ໃບເກີດເປັນຈຸ້ມ 3-5 ໃບ. ແຜ່ນໃບຮູບຮີ ຫຼື ຮູບຂອບຂະໜານ, ຂະໜາດ 5-7 x 1-2.5 ຊັງຕິແມັດ, ປາຍແຫຼມ ຫຼື ວໍ້າເລັກນ້ອຍ, ມີຕີ່ງແຫຼມ, ດ້ານເທີງຈະເປັນລາຍສີຂຽວເຂັ້ມກັບສີຂຽວອ່ອນປົນກັນ, ດ້ານລຸ່ມຈະເປັນສີມ່ວງປົນສີຂຽວອ່ອນ. ຊໍ່ດອກຕັ້ງຊື່, ມີ 1 ດອກຕໍ່ຊໍ່, ກ້ານຍາວ 4-10 ຊັງຕິແມັດ, ສີຂຽວເຂັ້ມ ແລະ ມີຈຸດສີມ່ວງ, ມີຂົນອ່ອນນຸ້ມ. ໃບປະດັບຮູບໄຂ່ ຫຼື ຮູບຮີ, ສີຂຽວ ປົນສີມ່ວງເຂັ້ມ, ມີຂົນ. ດອກຂະໜາດ 7-8 ຊັງຕິແມັດ. ກາບດອກເທີງ ຮູບໄຂ່, ປາຍມົນ, ສີຂຽວອ່ອນບໍລິເວນກົກ, ເປັນສີຂຽວແຕ່ເຄີ່ງກາງໄປຫາປາຍ, ມີເສັ້ນສີນ້ຳຕານ 5-7 ເສັ້ນ, ມີຂົນດ້ານນອກ. ກາບດອກດ້ານລຸ່ມຮູບໄຂ່ແຄບ, ສີຂຽວ, ມີຂົນດ້ານນອກ. ກາບດອກຮຽວຍາວ, ບໍລິເວນກົກເປັນສີຂຽວ, ມີສີບົວປົນສີມ່ວງໄປຫາປາຍ, ມີຂົນດ້ານນອກ. ກີບປາກເປັນຖົງ ສີຂຽວອ່ອນປົນສີນ້ຳຕານ. ເສົາເກສອນສັ້ນ, ສີຂຽວອ່ອນ. ເຕົ້າໄຂ່ ແລະ ກ້ານດອກມີຂົນ. ໝາກຮູບຮີ.

ນິເວດວິທະຍາ: ເກີດຕາມຜາຫີນ ລະດັບຄວາມສູງຈາກໜ້ານ້ຳທະເລ 1000-1700 ແມັດ. ມັກເກີດຢູ່ລະຫວ່າງຫີນທີ່ມີດີນເປັນແອ່ງ.

ສະຖານະພາບ: ເປັນພືດທີ່ມີຄວາມສ່ຽງທີ່ຈະສູນພັນໃນປ່າທຳມະຊາດ, ເພາະມີການເກັບກູ້ເພື່ອຂາຍເປັນສີນຄ້າ ໂດຍສະເພາະແມ່ນສົ່ງອອກນອກປະເທດແບບຜິດກົດລະບຽບຂອງ ໄຊເຕດ ແລະ ລະບຽບການຄຸ້ມຄອງເຄື່ອງປ່າຂອງດົງຂອງ ສປປ ລາວ. 

Cites

IUCN

 

Contribute