ເອື້ອງກະເປົາຝາຫອຍ / Enchanting Paphiopedilum

Use
Income
Ornamental
Scientific Name / Family
Paphiopedilum bellatulum (Rchb.f.) Stein / Orchidaceae
Synonyms
Cordula bellatula (Rchb.f.) Rolfe
Cypripedium bellatulum Rchb.f.
Paphiopedilum bellatulum var. album O'Brien
Paphiopedilum bellatulum f. album (O'Brien) Braem
Other Names
Chinese: 巨瓣兜兰 ju ban dou lan
Thai: Rongthao nari fa hoi, Ueang ueng
Conservation Status
Vulnerable
Botanical Description

ເປັນດອກເຜິ້ງທີ່ເກີດຕາມດີນ ຫຼື ແອ່ງຜາຫີນ. ໃບ 4-5, ແຜ່ນໃບຮູບຂອບຂະໜານ ຫຼື ຮູບຮີຮຽວຍາວ, 11-18 x 3-4 ຊັງຕິແມັດ, ປາຍແຫຼມ ຫຼື ຮູບຕັດ, ວ້ຳຕື້ນ, ເນື້ອໃບໜາ, ດ້ານລຸ່ມສີມ່ວງປົນສີນ້ຳຕານເປັນຈຸດ, ດ້ານເທີງສີຂຽວອ່ອນປົນສີຂຽວເຂັ້ມກະຈາຍທົ່ວ. ດອກເກີດເປັນຊໍ່ທີ່ປາຍ, ມີ 1-2 ດອກ. ກ້ານດອກສີມ່ວງປົນສີຂຽວ, ມີຂົນສີຂາວ. ໃບປະດັບສີຂຽວ, ມີຈຸດສີມ່ວງ, ດ້ານນອກມີຂົນ. ກ້ານດອກ ແລະ ເຕົ້າໄຂ່ມີຂົນສີຂາວ. ດອກສີຂາວປົນສີເຫຼືອງ, ກວ້າງ 7-8 ຊັງຕິແມັດ. ກາບດອກເທີງ ແລະ ກີບດອກຈະມີຈຸດສີດຳມົນກົມ. ກາບດອກລຸ່ມ, ກີບປາກ ແລະ ເກສອນຜູ້ເປັນໜັນຈະມີຈຸດຂະໜາດນ້ອຍກວ່າ. ກາບດອກເທີງຮູບໄຂ່ກວ້າງ, ເປັນແອ່ງ, ມີຂົນຕາມຂອບ ແລະ ດ້ານນອກ, ປາຍມົນ. ກີບດອກຮູບຮີ, ດ້ານນອກມີຂົນບໍລິເວນກົກ, ປາຍມົນ. ກີບປາກເປັນຖົງ, ປາຍໂຄງ. ເກສອນຜູ້ເປັນໜັນມົນກົມ, ປາຍເປັນແຂ້ວສາມອັນ.

ນິເວດວິທະຍາ: ເປັນພືດທີ່ມັກແສງແດດ, ມັກເກີດບ່ອນໂລ່ງແຈ້ງຕາມຜາຫີນປູນ, ພົບໃນລະດັບຄວາມສູງຈາກໜ້ານ້ຳທະເລ 1000-1800 ແມັດ. 

ສະຖານະພາບ: ເປັນພືດທີ່ຈັດວ່າມີຄວາມສ່ຽງສູງຕໍ່ການສູນພັນ, ເພາະມີການເກັບກູ້ຫຼາຍ ແລະ ແຫຼ່ງທີ່ຢູ່ອາໄສບາງບ່ອນຖືກທຳລາຍ. ເປັນພືດຄຸ້ມຄອງ ແລະ ຫ່ວງຫ້າມຂອງ ສປປ ລາວ.

Cites

IUCN

Contribute