ເອື້ອງກະເປົາຄາງກົບ / Appleton's Paphiopedilum

Use
Income
Ornamental
Scientific Name / Family
Paphiopedilum appletonianum (Gower) Rolfe / Orchidaceae
Synonyms
Cordula appletoniana (Gower) Rolfe
Cypripedium appletonianum Gower
Cypripedium bullenianum var. appletonianum (Gower) Rolfe
Cypripedium wolterianum Kraenzl.
Paphiopedilum angustifolium R.F.Guo & Z.J.Liu
Paphiopedilum appletonianum f. album Asher ex O.Gruss
Paphiopedilum appletonianum var. cerveranum (Braem) O.Gruss & Roellke
Paphiopedilum appletonianum var. hainanense (Fowlie) Braem, C.O.Baker & M.L.Baker
Paphiopedilum appletonianum f. immaculatum (Braem) Braem
Paphiopedilum appletonianum var. immaculatum Braem
Paphiopedilum appletonianum f. tridentatum (S.C.Chen & Z.J.Liu) Aver.
Paphiopedilum appletonianum var. tridentatum (S.C.Chen & Z.J.Liu) S.C.Chen & Z.J.Liu
Paphiopedilum appletonianum f. viride (Braem) O.Gruss & Roellke
Paphiopedilum cerveranum Braem
Paphiopedilum cerveranum f. viride (Braem) Braem
Paphiopedilum hainanense Fowlie
Paphiopedilum hookerae subsp. appletonianum (Gower) M.W.Wood
Paphiopedilum puberulum S.P.Lei & J.Yong Zhang
Paphiopedilum robinsonii f. viride Braem
Paphiopedilum tridentatum S.C.Chen & Z.J.Liu
Paphiopedilum wolterianum (Kraenzl.) Pfitzer
Other Names
Chinese: Juan E Dou Lan
Thai: Khang kop kho daeng, Rongthao nari khang kop kho daeng
Conservation Status
Vulnerable
Botanical Description

ເປັນດອກເຜິ້ງທີ່ເກີດຢູ່ດີນ. ມີໃບ 5-8 ໃບຕໍ່ຕົ້ນ, ແຜ່ນໃບຮູບຮີຮຽວຍາວ ຫຼື ຮູບຂອບຂະໜານ, ຂະໜາດ 7-25 x 2-4 ຊັງຕິແມັດ, ປາຍແຫຼມ ຫຼື ຮູບຕັດ, ມີຕີ່ງແຫຼມ, ມີຂົນຍາວບໍລິເວນກົກໃບ, ດ້ານລຸ່ມໃບດ່າງສີຂຽວເຂັ້ມປົນສີຂຽວອ່ອນ, ໃກ້ກົກຈະເປັນສີມ່ວງ. ຊໍ່ດອກ ຕັ້ງຊື່, ມີ 1-2 ດອກ, ກ້ານດອກຍາວ 17-35 ຊັງຕິແມັດ, ສີມ່ວງປົນຂຽວ, ມີຂົນອ່ອນນຸ້ມກະຈາຍທົ່ວ. ດອກສີຂຽວປົນສີນ້ຳຕານເຂັ້ມ ຫຼື ສີມ່ວງ. ກາບດອກສີຂຽວອ່ອນ, ມີເສັ້ນຕາມລວງຍາວ, ຮູບຮີ-ຮູບຫອກ, ຂະໜາດ 2-3 x 1-1.5 ຊັງຕິແມັດ, ປາຍແຫຼມ. ກາບດອກເທີງສີມ່ວງປົນສີຂຽວ, ຮູບໄຂ່ກັບ ຫຼື ຮູບຫົວໃຈ, ຂະໜາດ 3-5 x 2-3 ຊັງຕິແມັດ, ຂອບໃກ້ກົກມ້ວນ. ກີບດອກສີຂຽວເຂັ້ມ ແລະ ມີເສັ້ນສີນໍ້າຕານ ກັບຈຸດສີດຳໃກ້ກົກກີບ, ຮູບບ່ວງ, ຂະໜາດ 4-6 x 1-2 ຊັງຕິແມັດ, ປາຍຮຽວແຫຼມ. ກີບປາກມີເສັ້ນສີມ່ວງອ່ອນ ຫຼື ສີຂຽວໃກ້ກັບຂອບໃບ, ຍາວ 4-5 ຊັງຕິແມັດ. ກ້ານດອກ ແລະ ເຕົ້າໄຂ່ຍາວ 3-6 ຊັງຕິແມັດ, ມີຂົນອ່ອນນຸ້ມ. ເກສອນຜູ້ເປັນໜັນຮູບຮີ, ປາຍ 3 ແສກນ້ອຍ, ຍາວ 7-9 ມີນລີແມັດ, ແສກຂ້າງຮູບກ່ຽວ, ຍາວກວ່າແສກກາງ.

ນີເວດວິທະຍາ: ເປັນພືດທີ່ເກີດຕາມເປີນພູສູງ, ລະດັບຄວາມສູງຈາກໜ້ານ້ຳທະເລ 400-800 ແມັດ. 

ສະຖານະພາບ: ເປັນພືດທີ່ມີຄວາມສ່ຽງສູງໃກ້ຈະສູນພັນໃນທຳມະຊາດ ເພາະມີການເກັບກູ້ແບບຊະຊາຍ ເພື່ອສົ່ງຂາຍເປັນພືດປະດັບແບບຜິດກົດລະບຽບສົ່ງອອກຕ່າງປະເທດ. ຈັດຢູ່ໃນບັນຊີ I ຂອງໄຊເຕດ ເປັນພືດທີ່ຫ້າມເກັບກູ້ເພື່ອຄ້າຂາຍອອກຕ່າງປະເທດ. ຈັດຢູ່ໃນພືດທີ່ມີຄວາມສ່ຽງຕໍ່ການສູນພັນຂອງ IUCN ແມ່ນ EN ໝາຍເຖິງມີຄວາມສ່ຽງສູງທີ່ຈະສູນພັນຈາກທຳມະຊາດ.

Cites

IUCN

Contribute