ເອື້ອງນາ / Crape ginger

Use
Food
Medicine
Ornamental
Scientific Name / Family
Cheilocostus speciosus (J.Koenig) C.D.Specht / Costaceae
Synonyms
Amomum arboreum Lour.
Amomum hirsutum Lam.
Banksea speciosa J.Koenig
Cardamomum arboreum (Lour.) Kuntze
Costus angustifolius Ker Gawl.
Costus argyrophyllus Wall.
Costus crispiflorus Stokes
Costus foeniculaceus Noronha
Costus formosanus Nakai
Costus formosanus (Nakai) S.S. Ying
Costus glaber (K.Schum.) Merr.
Costus glabratus Rchb.
Costus hirsutus Blume
Costus lamingtonii F.M.Bailey
Costus loureiroi Horan.
Costus nipalensis Roscoe
Costus potierae F.Muell.
Costus sericeus Blume
Costus speciosus (J.Koenig) Sm.
Costus speciosus var. angustifolius Ker Gawl.
Costus speciosus var. argyrophyllus Wall. ex Baker
Costus speciosus var. dilnavaziae M.R.Almeida & S.M.Almeida
Costus speciosus var. formosanus (Nakai) S.S.Ying
Costus speciosus var. glaber K.Schum.
Costus speciosus var. hirsutus (Blume) K.Schum.
Other Names
Lao: ເອື້ອງດອກຂາວ, ເອື້ອງນາ
Thai: ເອື້ອງໝາຍນາ
Eng: Crape ginger, Malay ginger, Spiral Flag, Wild ginger
Botanical Description

ຕົ້ນເອື້ອງນາມີຄວາມສູງຂອງຕົ້ນ 1-3 ມ, ບໍ່ແຕກກິ່ງກ້ານສາຂາ, ລໍາຕົ້ນກົມ, ອວບໜາ ແລະ ເປັນສີແດງ, ຮາກເປັນຫົວໃຫຍ່ຍາວ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ ແລະ ແຕກໜໍ່. ໃບເປັນໃບດ່ຽວ, ອອກວຽນສະລັບອ້ອມລໍາຕົ້ນ, ລັກສະນະຂອງໃບເປັນຮູບຮີແກມຮູບຂອບຂະໜານ ຫຼື ຮູບໃບຫອກ, ປາຍໃບແຫຼມ, ຂອບໃບລຽບ, ກາບໃບອວບເປັນສີຂຽວ ຫຼື ສີນໍ້າຕານແດງ, ໃບກວ້າງ 5-8 ຊມ ແລະ 15-40 ຊມ, ໃບຂ່ອນຂ້າງໜາ. ອອກດອກເປັນຊໍ່, ຊໍ່ດອກຈະອອກຢູ່ປາຍຂອງລໍາຕົ້ນ, ລັກສະນະເປັນຮູບໄຂ່, ກາບຮອງດອກເປັນຮູບໄຂ່ແຫຼມ, ສີຂຽວປົນແດງ, ໃນແຕ່ລະກາບຮອງຮັບດອກຍ່ອຍ 1 ດອກ, ກາບດອກເຊື່ອມຕິດກັນເປັນຫຼອດ ແລະ ເປັນ 3 ສັນ, ສ່ວນກີບດອກມີ 3 ກີບ ເປັນສີຂາວ, ກີບຂ້າງຮູບຂອບຂະໜາດ, ກີບປາກຮູບວົງມົນ. ຈະອອກດອກຊ່ວງເດືອນພຶດສະພາຮອດເດືອນຕຸລາ ຫຼື ຊ່ວງເດືອນສິງຫາຮອດເດືອນພະຈິກ. ໝາກມີລັກສະນະເປັນຊົງກົມ, ເປັນຮູບຂອບຂະໜານແກມຮູບສາມຫຼ່ຽມ, ໝາກເມື່ອແຫ້ງຈະແຕກ, ມີເນື້ອແຂງ, ໝາກສຸກເປັນສີແດງສົດ, ປາຍຍອດມີກາບດອກ 1 ກາບ, ກາບຫຸ້ມໝາກເປັນສີແດງ, ພາຍໃນໝາກມີແກ່ນສີດໍາເປັນມັນ.

Description of Use

ປະໂຫຍດ:
    - ຕົ້ນເອື້ອງນານິຍົມມາປູກເປັນໄມ້ປະດັບ.
    - ໜໍ່ອ່ອນທີ່ງອກຈາກຕົ້ນໃນຊ່ວງລະດູຝົນສາມາດຮັບປະທານໄດ້,ແຕ່ຕ້ອງຕົ້ມໃຫ້ສຸກກ່ອນຮັບປະທານ, ໂດຍສາມາດນໍາມາຕົ້ມກັບແຈ່ວ, ໃສ່ແກງສົ້ມ ຫຼື ຂົວໃສ່ຊີ້ນ.
ສັບພະຄຸນ:
    - ໃບມີສັບພະຄຸນເປັນຢາແກ້ໄຂ້.
    - ຮາກໃຊ້ເປັນຢາແກ້ໄຂ້ຫວັດ.
    - ນໍ້າຄັ້ນຈາກລໍາຕົ້ນໃຊ້ເປັນຢາຮັກສາພະຍາດບິດ.
    - ເຫງົ້າໃຊ້ຕົ້ມກັບນໍ້າດື່ມເປັນຢາສະມານແຜພາຍໃນ.
    - ເຫງົ້າມີສັບພະຄຸນເປັນຢາຂັບປັດສະວະ.
    - ເຫງົ້າໃຊ້ຕົ້ມກັບນໍ້າດື່ມເປັນຢາຊ່ວຍບໍາລຸງມົດລູກ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
   1) ເປັນຢາຂັບປັດສະວະ, ແກ້ຕົກຂາວ ແລະ ແກ້ພະຍາດຕິດເຊື້ອທາງເດີນປັດສະວະໂດຍໃຊ້ເຫົ້ງາສົດມາສອຍເປັນແຜ່ນບາງໆນໍາໄປຕາກໃຫ້ແຫ້ງ, ນໍາມາ 10-15 ກຼາມຕົ້ມໃນນໍ້າ 1 ລິດ, ຕົ້ມຈົນໃຫ້ເຫຼືອເຄິ່ງໜຶ່ງ, ກອງເອົານໍ້າດື່ມມື້ລະ 2 ເວລາ ເຊົ້າ-ແລງ ຫຼື ອາດໃຊ້ການຕຸ໋ນຮ່ວມກັບຊີ້ນເພື່ອປະກອບອາຫານ.
   2) ແກ້ແຜໜອງອັກເສບ ແລະ ບວມ ໃຊ້ເຫງົ້າສົດ 10-20 ກຼາມ, ຕົ້ມໃນນໍ້າ 500 ຊີຊີ ກອງເອົານໍ້າຊະລ້າງແຜ ຫຼື ອາດຈະຕໍ່າເຫງົ້າສົດມາພອກບໍລິເວນແຜ.

Contribute