ຕົ້ນໝາກຜູ້ໝາກແມ່ / Cordyline

Use
Medicine
Ornamental
Scientific Name / Family
Cordyline fruticosa (L.) A.Chev. / Asparagaceae
Synonyms
Aletris chinensis Lam.
Asparagus terminalis L.
Calodracon heliconiifolia (Otto & A.Dietr.) Planch.
Calodracon jacquinii (Kunth) Planch.
Calodracon nobilis Planch.
Calodracon sieberi (Kunth) Planch.
Calodracon terminalis (L.) Planch.
Convallaria fruticosa L.
Cordyline amabilis Cogn. & Marchal
Cordyline baptistii Cogn. & Marchal
Cordyline cheesemanii Kirk
Cordyline dennisonii André
Cordyline densicoma Linden & André
Cordyline eschscholziana Mart. ex Schult. & Schult.f.
Cordyline ferrea (L.) Endl.
Cordyline gloriosa Linden & André
Cordyline guilfoylei Linden ex Lem.
Cordyline hedychioides F.Muell.
Cordyline heliconiifolia Otto & A.Dietr.
Cordyline hendersonii Cogn. & Marchal
Cordyline jacquinii Kunth
Cordyline javanica Klotzsch ex Kunth
Other Names
Thai: ໝາກຜູ້ໝາກແມ່
Eng: Cordyline, Ti plant, Dracaena Palm
Conservation Status
Least Concern
Botanical Description

ຕົ້ນໝາກຜູ້ໝາກແມ່ຈັດເປັນພັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-3 ມ, ບໍ່ມີກິ່ງກ້ານສາຂາຫຼາຍ, ຂະຫຍາຍພັນດ້ວຍການຕອນ, ການປັກຊໍາລໍາຕົ້ນ, ປັກຊໍາຍອດ, ເຫງົ້າ ແລະ ການແຍກລໍາຕົ້ນ. ໃບອອກເປັນວົງສະລັບກັນບໍລິເວນສ່ວນຍອດຂອງລໍາຕົ້ນ, ລັກສະນະຂອງໃບເປັນຮູບຍາວຮີ, ປາຍໃບແຫຼມ, ໃບມີຂະໜາດກວ້າງ 5-10 ນິ້ວ ແລະ ຍາວ 12-20 ຊມ, ໃບເປັນສີແດງຂຽວ ຫຼື ສີແດງມ່ວງ, ແຕ່ລັກສະນະຂອງໃບ ແລະ ສີ ກໍ່ຂຶ້ນຢູ່ກັບແຕ່ລະສາຍພັນ. ອອກດອກເປັນຊໍ່, ຍາວປະມານ 12 ນິ້ວ, ໂດຍຈະອອກບໍລິເວນຍອດຂອງລໍາຕົ້ນ, ລັກສະນະຂອງດອກຍ່ອຍມີກາບດອກ ແລະ ກີບດອກຢ່າງລະ 6 ກີບ, ດອກເປັນສີມ່ວງແດງ ຫຼື ສີບົວສະຫຼັບກັບສີເຫຼືອງອ່ອນ. ໝາກມີລັກສະນະເປັນຮູບຊົງກົມ, ໝາກມີລັກສະນະອວບໜາ, ພາຍໃນໝາກມີແກ່ນ 1-3 ແກ່ນ.

Description of Use

ປະໂຫຍດ ແລະ ສັບພະຄຸນ:
   - ຕົ້ນໝາກຜູ້ໝາກແມ່ສາມາດປູກເປັນໄມ້ປະດັບເພາະເປັນໄມ້ທີ່ມີໃບສວຍງາມ.
   - ຮາກມີສັບພະຄຸນເປັນຢາຟອກເລືອດ.
   - ໃບມີສັບພະຄຸນເປັນຢາແກ້ໄຂ້ຫວັດ, ໄຂ້ຫວັດໃຫຍ່.
   - ໃບໃຊ້ເປັນຢາແກ້ອາການເຈັບກະເພາະ.
   - ດອກໃຊ້ເປັນຢາແກ້ປະຈໍາເດືອນມາຫຼາຍ.
   - ໃບ ແລະ ດອກສົດນໍາມາຕໍ່າໃຫ້ລະອຽດໃຊ້ເປັນຢາຫ້າມເລືອດ.
   - ໃບໃຊ້ເປັນຢາແກ້ພະຍາດຜິວໜັງ.
   - ດອກໃຊ້ເປັນຢາຮັກສາພະຍາດວັນນະໂລກປອດ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
   1) ແກ້ພະຍາດຜິວໜັງ ໂດຍໃຊ້ໃບສົດ 1 ກໍາມື, ຕົ້ມໃນນໍ້າແລ້ວໃຊ້ອາບ ຫຼື ຕໍາໃບສົດໃຫ້ລະອຽດພອກ ຫຼື ທາບໍລິເວນທີ່ເປັນບາດແຜ່.
   2) ແກ້ພະຍາດວັນນະໂລກປອດ, ໄອເປັນເລືອດ ໂດຍໃຊ້ດອກສົດ 30 ກຼາມ ຫຼື ດອກແຫ້ງ 30 ກຼາມ ນໍາມາຕົ້ມເອົານໍ້າດື່ມ ຫຼື ໃຊ້ດອກສົດຕໍາໃຫ້ລະອຽດພອກແກ້ແຜບວມຈາກການກະທົບ, ໃຊ້ຫ້າມເລືອດ.
   3) ເປັນຢາແກ້ອາການເຈັບກະເພາະ ໂດຍໃຊ້ໃບສົດປະມານ 15-30 ກຼາມ ນໍາມາຕົ້ມເອົານໍ້າກິນ.

Contribute