ເຄືອສະມັ່ງ / Rangoon Creeper

Use
Food
Medicine
Ornamental
Scientific Name / Family
Combretum indicum (L.) Jongkind / Combretaceae
Synonyms
Combretum indicum (L.) DeFilipps
Kleinia quadricolor Crantz
Mekistus sinensis Lour.
Mekistus sinensis Lour. ex Gomes
Quisqualis ebracteata P.Beauv.
Quisqualis glabra Burm.fil.
Quisqualis grandiflora Miq.
Quisqualis indica L.
Quisqualis indica var. oxypetala Kurz
Quisqualis indica var. pierrei (Gagnep.) O.Lecompte
Quisqualis indica var. villosa C.B.Cl.
Quisqualis longiflora C.Presl
Quisqualis loureiri G.Don
Quisqualis loureiroi G.Don
Quisqualis madagascariensis Bojer
Quisqualis obovata Schumach.
Quisqualis pierrei Gagnep.
Quisqualis pubescens Burm.fil.
Quisqualis sinensis Lindl.
Quisqualis spinosa Náves
Quisqualis spinosa Náves ex Fern.-Vill.
Quisqualis villosa Roxb.
Other Names
Thai: ເລັບມືນາງ
Eng: Rangoon Creeper, Chinese honey Suckle, Drunen sailor
Botanical Description

ເຄືອສະມັ່ງຈັດເປັນເຄືອໄມ້ເນື້ອແຂງຂະໜາດກາງ, ເລືອພາດໄປກັບຕົ້ນໄມ້ອື່ນ, ຍາວໄດ້ 5-7 ມ ແລະ ອາດຈະຍາວໄດ້ຮອດ 10 ມ, ແຕກກິ່ງກ້ານສາຂາເປັນຟຸ່ມໜາຕຶບ, ເຄືອອ່ອນເປັນສີຂຽວ, ຕາມລໍາຕົ້ນ ແລະ ເຄືອອ່ອນມີຂົນສີເຫຼືອງ ຫຼື ສີນໍ້າຕານເທົາປົກຄຸມຢູ່, ແຕ່ຕົ້ນແກ່ຜິວມັນກ້ຽງໂດຍເຄືອແກ່ຈະມີເປືອກສີນໍ້າຕານ, ຂະຫຍາຍພັນດ້ວຍແກ່ນ ແລະ ການຕອນກິ່ງ. ໃບເປັນໃບດ່ຽວ, ອອກກົງກັນຂ້າມກັນເປັນຄູ່ໆ, ລັກສະນະໃບເປັນຮູບມົນແກມຂອບຂະໜານ ຫຼື ເປັນຮູບໃບຫອກ, ປາຍໃບແຫຼມ ຫຼື ມົນ ແລະ ມີຕິ່ງແຫຼມ, ກວ້າງ 10-12 ຊມ ແລະ ຍາວ 14-18 ຊມ. ອອກດອກເປັນຊໍ່ຕາມງ່າມໃບ ແລະ ປາຍກິ່ງ ຫຼື ຍອດຂອງລໍາຕົ້ນ, ໃນຊໍ່ໜຶ່ງຈະມີດອກຢູ່ 10-20 ດອກ, ກາບດອກເປັນຫຼອດສີຂຽວ, ໂດຍມີຄວາມຍາວ 3-4 ນິ້ວ ປາຍແຫຼມມີ 5 ກີບ, ກົກກີບດອກເຊື່ອມຕິດກັນເປັນຮູບຫຼອດຮູບຊົງກະບອກຍາວ, ສ່ວນປາຍແຍກເປັນ 5 ກີບ, ດອກເມື່ອເລີ່ມບານຈະເປັນສີຂາວ ຫຼື ສີບົວອ່ອນ,  ເມື່ອບານເຕັມທີ່ແລ້ວຈະປ່ຽນເປັນສີບົວເຂັ້ມ ແລະ ເມື່ອໃກ້ຫຼົ່ນຈະເປັນສີແດງ. ໝາກເປັນໝາກແຫ້ງ ແລະ ແຂງ, ລັກສະນະເປັນຮູບກະສວຍ, ມີສັນ 5 ສັນຕາມລວງຍາວ, ໝາກສຸກເປັນສີນໍ້າຕານດໍາ, ພາຍໃນໝາກມີແກ່ນ 1 ແກ່ນ.

Description of Use

ປະໂຫຍດ ແລະ ສັບພະຄຸນ:
    - ສາມາດປູກເປັນໄມ້ປະດັບໄດ້.
    - ໃບອ່ອນສາມາດນໍາໄປຮັບປະທານໄດ້, ກິນໄດ້ທັງດິບ ແລະ ສຸກ ດ້ວຍການນໍ້າມາຕົ້ມ, ນຶ່ງ, ລວກ ໃຊ້ຮັບປະທານກັບແຈ່ວ.
    - ຮາກ ແລະ ໃບ ຊ່ວຍໃຫ້ຈະເລີນອາຫານ.
    - ແກ່ນເປັນຢາຮ້ອນມີສັບພະຄຸນເປັນຢາບໍາລຸງທາດ.
    - ຮາກ ແລະ ໃບ ຊ່ວຍແກ້ອາການສະເອິກ.
    - ແກ່ນ ຊ່ວຍໃນການຍ່ອຍອາຫານ.
    - ດອກແຫ້ງໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ຖອກທ້ອງ.
    - ແກ່ນຊ່ວຍແກ້ອາການຕົກຂາວຂອງແມ່ຍິງ.

Contribute