ເບີກບານເຫຼືອງ / Allamanda

Use
Medicine
Ornamental
Scientific Name / Family
Allamanda cathartica L. / Apocynaceae
Synonyms
Allamanda aubletii Pohl
Allamanda cathartica var. grandiflora L.H.Bailey & Raffill
Allamanda cathartica var. hendersonii (W.Bull ex Dombrain) L.H.Bailey & Raffill
Allamanda cathartica f. salicifolia (Willd. ex Roem. & Schult.) Voss
Allamanda cathartica var. williamsii (auct.) L.H.Bailey
Allamanda chelsonii K.Koch
Allamanda grandiflora (Aubl.) Lam.
Allamanda hendersonii W.Bull ex Dombrain
Allamanda latifolia C.Presl
Allamanda linnaei Pohl
Allamanda salicifolia hort.
Allamanda schottii Hook.
Allamanda wardleyana Lebas
Allamanda williamsii auct.
Echites salicifolius Willd. ex Roem. & Schult.
Echites verticillatus Sessé & Moc.
Orelia grandiflora Aubl.
Other Names
Thai: ບານບຸຣີ
Eng: Allamanda, Common allamanda, Golden trumpet, Golden trumpet vine, Yellow bell
Botanical Description

ຕົ້ນເບີກບານເຫຼືອງຈັດເປັນພັນໄມ້ເຄິ່ງຟຸ່ມເຄິ່ງເລື້ອຍ, ລໍາຕົ້ນມີລັກສະນະກົມລຽບ ແລະ ເປັນສີນໍ້າຕານ, ທຸກສ່ວນຂອງລໍາຕົ້ນມີຢາງສີຂາວຂົ້ນ, ລໍາຕົ້ນບໍ່ມີຂົນ, ສູງ 2-4.5 ມ, ຂະຫຍາຍພັນດ້ວຍວິທີການປັກຊໍາ, ການຕອນກິ່ງ ແລະ ເພາະແກ່ນ. ໃບເປັນໃບດ່ຽວ ແລະ ຈະຕິດເປັນຄູ່ກົງກັນຂ້າມກັນ ຫຼື ອາດຈະຕິດຢູ່ຮອບໆ, ຂໍ້ລະ 3-6 ໃບ, ລັກສະນະຂອງໃບເປັນຮູບຂອບຂະໜານ, ຮູບຂອບຂະໜານແກມຮູບຫອກ, ຮູບຮີ ຫຼື ເປັນຮູໄຂ່ກັບ, ໃບກວ້າງ 2-6 ຊມ ແລະ ຍາວ 6-16 ຊມ, ແຜ່ນໃບດ້ານເທິງເປັນສີຂຽວເຂັ້ມເປັນມັນ, ດ້ານລຸ່ມມີສີອ່ອນກ່ອນ. ດອກມີຂະໜາດໃຫຍ່, ອອກດອກເປັນກະຈຸກບໍລິເວນຍອດ, ປາຍແຍກເປັນ 5 ແຊກ, ດອກເປັນສີເຫຼືອງ, ມີກີບດອກ 5 ກີບ, ປາຍກີບດອກມົນໃຫຍ່, ກົກດອກເຊື່ອມຕິດກັນເປັນທໍ່ ຫຼື ເປັນຫຼອດແຄບ, ດອກຕູມກີບດອກຈະບິດໄປທາງດຽວກັນ. ລັກສະນະຂອງໝາກເປັນຮູບຊົງກົມ, ເປັນໜາມ, ເມື່ອແກ່ຈະແຕກອອກໄດ້, ພາຍໃນໝາກຈະມີແກ່ນຈໍານວນຫຼາຍ.

Description of Use

ປະໂຫຍດ 
   - ໃຊ້ປູກເປັນໄມ້ປະດັບຕາມສວນ, ແຄມທາງ, ຕາມທາງຍ່າງ ຫຼື ປູກຄຸມດິນ.
ສັບພະຄຸນ:
   - ໃບ ຊ່ວຍແກ້ອາການຈຸກສຽດໄດ້.
   - ໃບ ມີລົດເມົາຮ້ອນ ໃຊ້ເປັນຢາຖ່າຍ, ຢາລະບາຍ, ເຮັດໃຫ້ກ້າມເນື້ອຂອງລໍາໄສ້ຫົດເຄັງ.
   - ເປືອກ ແລະ ຢາງ ໃຊ້ໃນປະລິມານທີໜ້ອຍເປັນຢາຖ່າຍ, ຊ່ວຍຂັບນໍ້າບີ, ແຕ່ຖ້າໃຊ້ໃນປະລິມານຫຼາຍຈະເປັນພິດຕໍ່ຫົວໃຈ ແລະ ເຮັດໃຫ້ເກີດອາການຖອກທ້ອງໄດ້.
   - ໃບ ມີສັບພະຄຸນເຮັດໃຫ້ຮາກໄດ້.
ຂໍ້ຄວນລະວັງ: ຖ້າຫາກນໍາໃຊ້ໃນຈໍານວນຫຼາຍຈະເປັນພິດ ເຮັດໃຫ້ເກີດອາການຖອກທ້ອງ, ຈະເປັນຢາຖ່າຍຢ່າງແຮງ ແລະ ເຮັດໃຫ້ຮາກໄດ້.
  - ໝາກ ແລະ ຢາງຈາກຕົ້ນມີພິດ ຖ້າຢາງຖືກຜິວໜັງຈະເຮັດໃຫເເກີດອາການອັກເສບ, ຄັນ, ແດງ.

Contribute