ຕົ້ນໂພ່ນເໝັ້ນ / Bat Flower

Use
Food
Medicine
Ornamental
Scientific Name / Family
Tacca chantrieri André / Dioscoreaceae
Synonyms
Clerodendrum esquirolii H.Lév.
Schizocapsa breviscapa (Ostenf.) H.Limpr.
Schizocapsa itagakii Yamam.
Tacca esquirolii (H.Lév.) Rehder
Tacca garrettii Craib
Tacca lancifolia var. breviscapa Ostenf.
Tacca macrantha H.Limpr.
Tacca minor Ridl.
Tacca paxiana H.Limpr.
Tacca roxburghii H.Limpr.
Tacca vespertilio Ridl.
Tacca wilsonii H.Limpr.
Other Names
Thai: ເນຣະພູສີໄທ, ວ່ານຄ້າງຄາວດໍາ
Eng: Bat flower, Black lily
Botanical Description

ຕົ້ນໂພ່ນເໝັ້ນຈັດເປັນພືດລົ້ມລຸກ, ສູງ 50-60 ຊມ, ມີເຫງົ້າຢູ່ໃຕ້ດິນ, ລັກສະນະເປັນຊົງກະບອກ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ, ແຍກເຫງົ້າ. ໃບດ່ຽວ, ຈັບແບບສະຫຼັບມີປະມານ 3-12 ໃບ, ລັກສະນະຂອງໃບເປັນຮູບຮີກວ້າງ ຫຼື ປາຍເປັນຮູບໃບຫອກແກມຮູບຂອບຂະໜານ, ປາຍໃບແຫຼມ ແລະ ຖານໃບມົນ, ກວ້າງ 7-15 ຊມ ແລະ ຍາວ 20-60 ຊມ. ອອກດອກເປັນຊໍ່ກຸ່ມໆ ປະມານ 1-2 ຊໍ່, ມີຄວາມຍາວໄດ້ເຖິງ 70 ຊມ, ໃນແຕ່ລະຊໍ່ຈະມີດອກຢູ່ປະມານ 4-6 ດອກ, ດອກເປັນສີມ່ວງດໍາ ຫຼື ສີຂຽວເຂັ້ມ, ກີບດອກມີ 6 ກີບ, ຖານດອກຈະເຊື່ອມຕິດກັນ, ກີບດ້ານນອກມີ 3 ກີບ ແລະ ກີບດ້ານໃນມີ 3 ກີບ, ດອກຍັງມີໃບປະດັບເປັນສີມ່ວງດໍາ ຫຼື ສີຂຽວເຂັ້ມ 2 ຄູ່. ລັກສະນະຂອງໝາກເປັນຊົງສາມຫຼ່ຽມ ຫຼື ຮູບກະສວຍ, ໝາກມີສັນເປັນຄື່ນ 6 ສັນຕາມລວງຍາວຂອງໝາກ, ໝາກມີຂະໜາດກວ້າງປະມານ 1-1.5 ຊມ ແລະ ຍາວປະມານ 2.5-5 ຊມ, ສ່ວນແກ່ນມີລັກສະນະເປັນຮູບໄຕ.

Description of Use

ປະໂຫຍດ:
-  ໃບມີລົດຂົມຫວານໃຊ້ຮັບປະທານເປັນຜັກສົດຮ່ວມກັບລາບ.
-  ໃນປະຈຸບັນໄດ້ມີການນໍາສະໝຸນໄພນີ້ມາສະກັດເຮັດເປັນນໍ້າສະກັດບັນຈຸຂວດ ຫຼື ເຮັດເປັນເຈວສໍາຫຼັບທາ.
-  ຕົ້ນໂພ່ນເໝັ້ນສາມາດປູກເປັນໄມ້ປະດັບໄດ້.
ສັບພະຄຸນ:
-  ຮາກ, ໃບ, ເຫງົ້າ ນໍາມາຕົ້ມກັບນໍ້າດືມເປັນຢາບໍາລຸງຮ່າງກາຍ.
-  ເຫງົ້ານໍາມາຕົ້ມກັບນໍ້າ ຫຼື ໃຊ້ດອງເຫຼົ້າ ໃຊ້ກິນເປັນຢາບໍາລຸງກໍາລັງ.
-  ເຫງົ້າຊ່ວຍແກ້ອາການໄອ.
-  ໃຊ້ຕົ້ນ, ໃບ, ຮາກ, ເຫງົ້າ ນໍາມາຕົ້ມກັບນໍ້າດືມ ຊ່ວຍແກ້ອາກາດເຈັບທ້ອງ.
-  ໃຊ້ຕົ້ນ, ໃບ, ຮາກ, ເຫງົ້າ ນໍາມາຕົ້ມກັບນໍ້າດືມ ຊ່ວຍຮັກສາພະຍາດກະເພາະ, ແຜໃນກະເພາະອາຫານ ແລະ ຍັງເຮັດໃຫ້ບໍ່ລະຄາຍເຄືອງກະເພາະອາຫານ.

Contribute