ຕົ້ນອິນທະນິນ / Queen’s flower

Use
Income
Medicine
Ornamental
Shelter
Scientific Name / Family
Lagerstroemia speciosa (L.) Pers. / Lythraceae
Synonyms
Adambea glabra Lam.
Adambea hirsuta Lam.
Lagerstroemia augusta Wall.
Lagerstroemia flos-reginae Retz.
Lagerstroemia hirsuta (Lam.) Willd.
Lagerstroemia macrocarpa Wall.
Lagerstroemia major Retz.
Lagerstroemia munchausia Willd.
Lagerstroemia plicifolia Stokes
Lagerstroemia reginae Roxb.
Munchausia speciosa L.
Murtughas hirsuta (Lam.) Kuntze
Other Names
Thai: ຕົ້ນອິນທະນິນນໍ້າ
Eng: Queen’s flower, Queen's crape myrtle, Pride of India, Jarul
Botanical Description

ຕົ້ນອິນທະນິນເປັນໄມ້ຢືນຕົ້ນຂະໜາດໃຫຍ່, ສູງ 5-20 ມ, ລໍາຕົ້ນນ້ອຍ ແລະ ມັກຄົດງໍ, ແຕ່ພໍໃຫຍ່ຂຶ້ນຈະຊື່, ມັກມີກິ່ງໃຫຍ່ແຕກຈາກລໍາຕົ້ນສູງຈາກພື້ນຂຶ້ນມາບໍ່ຫຼາຍ. ເນື້ອຍັງໃໝ່ສົດຢູ່ຈະເປັນສີແດງເຮື່ອໆ ຫຼື ສີບົວອ່ອນໆພໍດົນໄປຈະປ່ຽນເປັນສີນໍ້າຕານອົມແດງ, ເນື້ອໄມ້ຄ່ອນຂ້າງແຂງ, ເປັນມັນເຫຼື່ອມ. ໃບດ່ຽວ ຈັບກົງກັນຂ້າມກັນ, ລັກສະນະຂອງໃບເປັນຮູບຊົງຂອບຂະໜານ ຫຼື ຮູບຂອບຂະໜານແກມຮູບຫອມ, ກວ້າງ 5-10 ຊມ ແລະ ຍາວ 11-26 ຊມ, ໃບມີສີຂຽວ, ເນື້ອໃບຄ່ອນຂ້າງໜາ ແລະ ກ້ຽງເປັນມັນທັງສອງດ້ານ. ດອກໃຫຍ່ມີຫຼາຍສີເຊັ່ນ: ສີບົວ, ສີມ່ວງສົດ ຫຼື ມ່ວງລ້ວນ, ອອກດອກຮວມກັນເປັນຊໍ່ໃຫຍ່ຕາມປາຍກິ່ງ ຫຼື ຕາມງ່າມໃບໃກ້ໆປາຍກິ່ງ, ຍາວເຖິງ 30 ຊມ, ສ່ວນທີ່ຢູ່ເທິງສຸດຂອງດອກຕູມຈະມີຕຸ່ມກົມໆນ້ອຍໆຢູ່ເຄິ່ງກາງ. ໝາກເປັນຮູບໄຂ່ກ້ຽງ, ກວ້າງ 1.5-2 ຊມ ແລະ ຍາວ 2-2.6 ຊມ, ຜິວໝາກຈະລຽບບໍ່ມີຂົນປົກຄຸມ, ໝາກເປັນສີນໍ້າຕານແດງ, ເປັນໝາກແຫ້ງ, ເມື່ອແກ່ຈະແຍກອອກເປັນ 6 ປ່ຽງ ແລະ ຈະອ້າໃຫ້ເຫັນເມັດນ້ອຍໆທີ່ມີປີກເປັນຄີບບາງໆ.

Description of Use

ສະໜຸນໄພອິນທະນິນ ມີສັບພະຄຸນທີ່ໂດດເດັ່ນຄືມີສັບພະຄຸນຊ່ວຍຮັກສາພະຍາດເບົາຫວານ ໂດຍຊ່ວຍຫຼຸດນໍ້າຕານໃນເລືອດ ແລະ ຍັງຊ່ວຍລົດຫຼຸດໄຂມັນ ແລະ ຄວາມດັນເລືອດສູງໄດ້ອີກດ້ວຍ, ສ່ວນທີ່ນໍາມາໃຊ້ເປັນຢາສະໝຸນໄພໄດ້ແກ່ສ່ວນຂອງໃບ, ເປືອກ ຮາກ ແລະ ເມັດອິນທະນິນ.
ປະໂຫຍດ:
-  ນິຍົມປູກໄວ້ເປັນໄມ້ແຄມທາງ ແລະ ໄມ້ປະດັບ ເນື່ອງຈາກມີດອກ ແລະ ໃບທີ່ສວຍງາມ, ໃຫ້ຫົມເງົາ ແລະ ຈະເລີນເຕີບໂຕໄວ.
-  ໃບອ່ອນສາມາດນໍາໄປຕາກແດດໃຊ້ຊົງເປັນຊາໄວ້ດື່ມໄດ້ ຊ່ວຍແກ້ເບົາຫວານ ແລະ ຊ່ວຍຫຼຸດຄວາມອ້ວນໄດ້ອີກດ້ວຍ.
-  ເນື້ອໄມ້ອິນທະນິນເປັນໄມ້ທີ່ມີຄຸນຄ່າທາງເສດຖະກິດທີ່ສໍາຄັນຊະນິດໜຶ່ງ ເພາະມີເນື້ອແຂງ, ໜຽວ ແລະ ທົນທານ ຕົກແຕ່ງຂັດເງົາໄດ້ງ່າຍ ໂດຍເນື້ອໄມ້ນິຍົມນໍາມາໃຊ້ໃນກາານກໍ່ສ້າງຕ່າງໆ.
ສັບພະຄຸນ:
-  ເມັດຊ່ວຍແກ້ອາການນອນບໍ່ລັບ.
-  ເປືອກຊ່ວຍແກ້ໄຂ້.
-  ແກ່ນມີລົດຂົມ ໃຊ້ຕົ້ມຮັກສາພະຍາດກ່ຽວກັບທາງເດີນປັດສະວະ, ແກ້ປັດສະວະພິການໄດ້.
-  ໃບອິນທະນິນມີລົດຂົມຝາດເຢັນ ຊ່ວຍຮັກສາພະຍາດຄວາມດັນເລືອດສູງ ໂດຍໃຊ້ໃບແກ່ເຕັ້ມທີ່ປະມານ 1 ກໍາມື ນໍາມາຕົ້ມກັບນໍ້າດື່ມໃນຕອນເຊົ້າ.

Contribute