ຕົ້ນຕິ້ວມ່ອນ / Yellow Cow Wood

Use
Food
Medicine
Ornamental
Shelter
Scientific Name / Family
Cratoxylum cochinchinense (Lour.) Blume / Hypericaceae
Synonyms
Cratoxylum biflorum (Lam.) Turcz.
Cratoxylum chinense (Hance) Merr.
Cratoxylum hypoleuca Elmer
Cratoxylum lanceolatum Miq.
Cratoxylum ligustrinum (Spach) Blume
Cratoxylum myrtifolium Blume
Cratoxylum petiolatum Blume
Cratoxylum polyanthum Korth.
Cratoxylum polyanthum var. ligustrinum Blume
Cratoxylum polyanthum var. ligustrinum (Spach) Dyer
Cratoxylum wightii Blume
Elodes chinensis Hance
Hypericum biflorum Lam.
Hypericum cochinchinense Lour.
Oxycarpus cochinchinensis Lour.
Stalagmites erosipetala Miq.
Other Names
Thai: ຕົ້ນຕິ້ວກ້ຽງ
Eng: Red Mempat, Yellow Cow Wood
Chinese: 黃牛木
Botanical Description

ຕົ້ນຕິ້ວມ່ອນຈັດເປັນໄມ້ພຸ່ມ ມີຄວາມສູງ 30 ມ, ເປືອກຕົ້ນລຽບ ຫຼື ແຕກເປັນສະເກັດ, ເປືອກມີສີເທົາອົມນໍ້າຕານ, ເປືອກດ້ານໃນເປັນສີເຫຼືອງອ່ອນ, ມີນໍ້າຢາງໜຽວສີເຫຼືອງອອກແດງຊືມອອກມາເມື່ອຖືກຕັດ ແລະ ລໍາຕົ້ນມີໜາມແຫຼມຍາວແຂງເປັນເນື້ອໄມ້ອອກຕາມຕົ້ນ. ໃບດ່ຽວອອກລຽງກົງກັນຂ້າມກັນ, ລັກສະນະຂອງໃບເປັນຮູບໄຂ່ກັບ, ປາຍແຫຼມ, ໃບມີຂະໜາດຄວາມກວ້າງ 2-3.5 ຊມ ແລະ ຍາວ 4.5-10 ຊມ, ແຜ່ນໃບມີລັກສະນະຄ້າຍຄືເຈ້ຍ. ດອກເປັນດອກດ່ຽວ ຫຼື ອອກເປັນກະຈຸກ 2-5 ດອກໂດຍຈະອອກຕາມງ່າມໃບ ຫຼື ຕາມປາຍກິ່ງ, ດອກເປັນແບບສົມບູນເພດ, ມີໃບຂະໜາດນ້ອຍ ລົ່ນງ່າຍ, ດອກມີກາບດອກ 5 ກີບ ໂດຍຈະແຍກເປັນ 2 ວົງໄດ້ແກ່ກາບດອກວົງນອກ 3 ກີບ, ເຄີ່ງກາງຂອງກີບວົງນອກເປັນສີມ່ວງແດງ, ຂອບສີຂຽວ ແລະ ຂະໜາດກີບຈະໃຫຍ່ກວ່າກາບດອກວົງໃນ 2 ກີບເປັນກີບສີຂຽວ, ສ່ວນກີບດອກມີ 5 ກີບແຍກອອກຈາກກັນ ເປັນສີສົ້ມ ຫຼື ສົ້ມແດງ. ໝາກເປັນໝາກແບບແຫ້ງແຕກ, ລັກສະນະຂອງໝາກເປັນຮູບຮີ ໝາກແຂງກ້ຽງ ແລະ ເປັນມັນ, ມີຂະໜາດກວ້າງ 7-8 ມມ ແລະ ຍາວ 10-12 ມມ.

Description of Use

ປະໂຫຍດ: 
-  ໃບອ່ອນ ແລະ ຍອດອ່ອນມີລົດສົ້ມຂ້ອນຂ້າງຝາດໃຊ້ຮັບປະທານເປັນຜັກສົດ, ຮັບປະທານກັບລາບ ຫຼື ແຈ່ວ.
-  ເປືອກຕົ້ນໃຊ້ສະກັດເປັນສີຍ້ອມເຄື່ອງ.
-  ໄມ້ຕິ້ວມ່ອນສາມາດນໍ້າໄປສ້າງບ້ານ, ເຮັດເສົາ, ຟືນ, ເຮັດເຈ້ຍ ແລະ ຖ່ານໄດ້.
-  ຕົ້ນໄມ້ຕິ້ວມ່ອນສາມາດປູກເປັນໄມ້ປະດັບໄດ້.
-  ບາງຂໍ້ມູນລະບຸວ່າມີການນໍ້າພັນໄມ້ຊະນິດນີ້ມາໃຊ້ເຮັດເຄື່ອງສໍາອາງ (ແຕ່ບໍ່ລະບຸວ່າສວນໃດຂອງຕົ້ນ).
ສັບພະຄຸນ:
-  ເປືອກຕົ້ນຊ່ວຍຮັກສາອາການຈຸກສຽດທ້ອງ ຫຼື ອາການທີ່ກ່ຽວກັບລໍາໄສ້.
-  ນໍ້າຢາງຈາກເປືອກທີ່ປ່ຽນເປັນສີແດງໃຊ້ເປັນຍາຮັກສາພະຍາດຫິດ.
-  ໃບອ່ອນ ແລະ ຍອດອ່ອນໃຊ້ຮັບປະທານ ມີສັບພະຄຸນເປັນຢາລະບາຍອ່ອນໆ.

Contribute