ຕົ້ນໝາກເໝົ້າຫຼວງ / Maoberry

Use
Food
Medicine
Ornamental
Scientific Name / Family
Antidesma puncticulatum Miq / Phyllanthaceae
Synonyms
Antidesma bunius var. thwaitesianum (Müll.Arg.) Trimen
Antidesma thwaitesianum Müll.Arg.
Other Names
Thai: ມະເມົ່າ, ໝາກເມົ່າ, ມະເມົ່າຫຼວງ
Eng: Maoberry, Thai Blueberry
Botanical Description

ຕົ້ນໝາກເໝົ້າຫຼວງເປັນໄມ້ຢືນຕົ້ນ, ແຕກກິ່ງກ້ານຫຼາຍ, ສູງປະມານ 5-10 ມ, ເມື່ອໃຫຍ່ເຕັມທີ່ຈະມີຂະໜາດເຖິງ 4 ຄົນໂອບ ແລະ ມີເນື້ອໄມ້ແຂງ. ໃບດ່ຽວ, ມີສີຂຽວ, ແຜ່ນໃບລຽບເຫຼື້ອມທັງ 2 ດ້ານ, ໃບອອກໜາແໜ້ນເປັນຮົມເງົາຢ່າງດີ. ດອກມີຂະໜາດນ້ອຍສີຂາວອົມເຫຼືອງ, ອອກດອກເປັນຊໍ່ຍາວຕາມປາຍກິ່ງ ແລະ ຕາມງ່າມໃບ, ຊໍ່ດອກຄ້າຍຄືໝາກພິກໄທ, ດອກແຍກເພດກັນຢູ່ຄົນລະຕົ້ນ, ໂດຍຈະອອກດອກຊ່ວງເດືອນມີນາຮອດເດືອນເມສາ ແລະ ສຸກໃນເດືອນສິງຫາຮອດເດືອນກັນຍາ. ລັກສະນະຂອງໝາກເປັນຊົງກົມ, ໝາກມີຂະໜາດນ້ອຍ ແລະ ເປັນພວງ, ໝາກດິບມີສີຂຽວອ່ອນຫາສີຂຽວເຂັ້ມ ມີລົດສົ້ມ ແຕ່ເມື່ອສຸກແລ້ວຈະປ່ຽນເປັນສີແດງ ແລະ ມ່ວງດໍາ, ໂດຍໝາກສຸກຈະມີລົດຊາດຫວານອົມສົ້ມ.

Description of Use

ໝາກເໝົ້າຫຼວງເປັນໝາກໄມ້ທີ່ມີຄຸນຄ່າທາງໂພຊະນາການຫຼາກຫຼາຍ ໂດຍຫໝາກເໝົ້າສຸກຈະມີສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຫຼາຍຊະນິດເຊັ່ນ: ມີກົດອະມິໂນທີ່ຮ່າງກາຍຫຼາຍເຖິງ 18 ຊະນິດ ຈາກທັງໝົດ 20 ຊະນິດ. ນອກຈາກນີ້ຍັງມີແຄລຊຽມ, ທາດເຫຼັກ, ສັງກະສີ ແລະ ວິຕາມິນຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ, ຊ່ວຍຕໍ່ຕ້ານອະນຸມູນອິດສະລະໄດ້ຢ່າງດີ ແລະ ມີສັບພະຄຸນເປັນຢາສະໝຸນໄພຮັກສາອາການຕ່າງໆໄດ້ອີກ.
ສັບພະຄຸນຂອງໝາກເໝົ້າຫຼວງ: ໝາກເໝົ້າຫຼວງມີສັກກະຍະພາບໃນການຊ່ວຍກະຕຸ້ນພູມຄຸ້ມກັນ ແລະ ຍັງສາມາດຕ້ານເຊື້ອ HIV ອີກດ້ວຍ, ໝາກສຸກຊ່ວຍບໍາລຸງສາຍຕາ, ຮາກ ແລະ ຕົ້ນ ຊ່ວຍແກ້ ແລະ ບັນເທົາອາການປວດເມືອຍຕາມຮ່າງກາຍ...
ປະໂຫຍດ: ໝາກສຸກສາມາດຮັບປະທານໄດ້ ຫຼື ຈະນໍາໄປຕໍາສົ້ມໄດ້, ຍອດອ່ອນຂອງຕົ້ນໝາກເໝົ້າຫຼວງໃຊ້ຮັບປະທານເປັນຜັກສົດໄດ້, ສາມາດປູກເປັນໄມ້ປະດັບ ຫຼື ປູກເປັນຮົມເງົາໄດ້...

Contribute