ປັດນ້ຳ / American elder

Use
Medicine
Ornamental
Scientific Name / Family
Sambucus canadensis L./ Adoxaceae
Synonyms
Sambucus canadensis f. canadensis
Sambucus canadensis var. canadensis
Sambucus canadensis var. laciniata A.Gray
Sambucus canadensis subsp. laciniata (A.Gray) A.E.Murray
Sambucus canadensis var. oreopola (Donn.Sm.) Rehder
Sambucus canadensis var. submollis Rehder
Other Names
ລາວ: ກົກໄຂ່ປູ
Botanical Description

ແມ່ນຈັດຢູ່ໃນປະເພດໄມ້ຟຸ່ມທີ່ແຕກງ່າຫຼາຍ ສູງເຖິງ 4 ແມັດ, ໃບເປັນໃບປະສົມມີ 3-8 ຄູ່ກົງກັນຂ້າມກັນ ແລະ ມີໃບຍ່ອຍຢູ່ຍອດຂອງໃບ, ຍາວ 20 ຊັງຕີແມັດ, ກວ້າງ 1.3 ຫາ 5 ຊັງຕີແມັດ, ຂອບໃບເປັນຮູບແຂ້ວເລື່ອຍ ດອກນ້ອຍສີຄີມປົນຂາວອອກເປັນພົ້ວຢູ່ຍອດເປັນຮູບຄັນຮົ່ມ ມີຄວາມກວ້າງ 15-30 ຊັງຕີແມັດ.

Description of Use

ພືດຊະນິດນີ້ແມ່ນນຳ ໃຊ້ເຂົ້າໃນການປິ່ນປົວໃນກໍລະນີຖືກກະດູກຫັກ ຫຼື ດູກແຕກໂດຍນຳເອົາຍອດ ຫຼື ໃບ ປັດນໍ້າ (ໄຂ່ປູ) ມາຊອຍປະສົມກັບໃບສິໄຄ ມົກໃສ່ຕອງກ້ວຍທະນີ ນຳໄປຂາງໄຟອອ່ນໆ ຫຼັງຈາກນັ້ນ ຈຶ່ງນຳມາໂອບໃສ່ບ່ອນກະດູກຫັກ ແລ້ວພັນດ້ວຍແພຂາວສະອາດ. ນອກຈາກປົວກະດູກຫັກແລ້ວ ກົກປັດນໍ້າຍັງສາມາດປົວພະຍາດອື່ນໆອີກເຊັ່ນ: ໃບ, ເປືອກ ແລະ ດອກປັດນໍ້າ ໃຊ້ຕົ້ມນໍ້າດື່ມເປັນຢາປົວໄອ, ຫຼອດລົມອັກເສບ ແລະ ປົວຂີ້ຂະຫຍື. ໃບແກ້ອາການເຈັບຕາມກ້າມຊີ້ນ ແລະ ຂໍ່ກະດູກ ໂດຍການນຳເອົາໃບມາຊອຍຕຳໃຫ້ມຸ່ນ ແລ້ວນຳໄປໂພະໃສ່ບ່ອນທີ່ເຈັບປວດ, ປົວປະດົງຂໍ່ແມ່ນ ໃຊ້ຮາກແຫ້ງ 30-60 ກຼາມ ຕົ້ມນໍ້າດື່ມ. ແກ້ອາການບວມແມ່ນ ເອົາໝົດຕົ້ນ 15-25 ກຼາມ ຕົ້ມນໍ້າດື່ມ. ໃນປະເທດຈີນ: ເຂົາເຈົ້າໃຊ້ເປັນຢາ ປົວຕັບ, ທ້ອງຖອກ ແລະ ປົວບາດແຜຕ່າງໆໃນອິນໂດເນເຊັຍ ໃຊ້ແກ້ອາການຜ່ອນຄາຍ ແລະ ຫລຸດຜ່ອນອາການເຈັບປວດຕາມຂໍ່ກະດູກ, ປົວຂີ້ໝາກເຫຼືອງ ແລະ ປະດົງຂໍ່.

Contribute