ຕົ້ນຢີ່ໂຖເຫຼືອງ / Trumpet Flower

Use
Medicine
Ornamental
Scientific Name / Family
Cascabela thevetia (L.) Lippold / Apocynaceae
Synonyms
Cascabela peruviana (Pers.) Raf.
Cerbera linearifolia Stokes
Cerbera peruviana Pers.
Cerbera thevetia L.
Thevetia linearis Raf.
Thevetia linearis A. DC.
Thevetia neriifolia Juss. ex A.DC.
Thevetia neriifolia var. hirsuta Müll.Arg.
Thevetia neriifolia var. leucantha Müll.Arg.
Thevetia neriifolia var. pubescens Müll.Arg.
Thevetia peruviana (Pers.) K.Schum.
Thevetia peruviana f. aurantiaca H.St.John
Thevetia thevetia (L.) H.Karst.
Other Names
ລາວ: ຕົ້ນຢີ່ໂຖເຫຼືອງ, ຕົ້ນຢີ່ໂຖຄຳ, ຕົ້ນຢີ່ໂຖ, ຕົ້ນສະບັງງາ, ຕົ້ນກະດັນງາ.
ໄທ: ລຳເພຍ, ກຣະບອກ, ກະທອກ, ຢີ່ໂຖຝຣັ່ງ, ລຳພົນ.
Botanical Description

ພືດ: ລຳໄມ້ຍາວນານ, ຂະໜາດນ້ອຍ, ສູງ 4–5 ແມັດ, ລຳຕົ້ນໜຽວ ແລະ ຕັ້ງ, ເມື່ອລຳຕົ້ນແກ່ຈະມີສີເຂື້ອງ, ຍອດອ່ອນອອກສີຂຽວອ່ອນ. ໃບ: ແມ່ນໃບປະເພດດ່ຽວຈັບແບບສະຫຼັບຊັບຊ້ອນກັນຢູ່ຢ່າງດົກໜາ, ໃບມີຮູບຍາວ ແລະ ແຄບ, ຍາວ 5–13 ຊັງຕີແມັດ, ກວ້າງ 0,5–1 ຊັງຕີແມັດ, ມີກ່າງໃຫຍ່ຟູ, ສ່ວນກ່າງນ້ອຍກໍ່ມີຫຼາຍແຕ່ບໍ່ເຫັນເດັ່ນຊັດ, ເນື້ອໃບໜາອອກສີຂຽວອ່ອນ ຫຼື ຂຽວເຫຼືອງ, ຜີວໃບເບື້ອງເທີງເຫຼື້ອມ. ດອກ: ອອກເປັນພົ້ວແບບສຸດເປັນ, ຈັບຢູ່ປາຍ ຫຼື ຢູ່ຂ້າງງ່າ, ດອກມີສີເຫຼືອງ, ມີກີບຊ້ອນໄຂ່ວກັນ ແລະ ມີລັກສະນະເປັນທໍ່, ແມ່ນດອກປະເພດ 5 ແລະ ມີເພດຮ່ວມ. ໝາກ: ເວລາຍັງດິບມີສີຂຽວ, ແມ່ນປະເພດໝາກເນື້ອ ແລະ ມີແກ່ນ 2 ອັນ, ຊື່ງມີຮູບ 3 ຫຼ່ຽມ, ແກ່ນບັນຈຸນ້ຳມັນ 55–60%.

Description of Use

ເປືອກໃຊ້ປົວໄຂ້ມາເລເຣຍ, ເປັນຢາຖ່າຍ, ເພີ່ມຄວາມດັນເລືອດ ແລະ ເປັນຢາບຳລຸງຫົວໃຈ ຕົ້ມດື່ມ ກິນຫຼາຍອາດເຖີງຕາຍໄດ້. ໃບ ແລະ ແກ່ນຕົ້ມດື່ມເປັນຢາກະຕຸ້ນ ກິນຫຼາຍເກີນໄປອາດເຖີງຕາຍໄດ້.  ຮາກເປັນຢາຖ່າຍທ້ອງ ແລະ ອາດລຸລູກໄດ້. ນອກນັ້ນພືດນີ້ຍັງໃຊ້ເປັນຢາແກ້ໄຂ້, ລົດຄວາມຮ້ອນ ແລະ ເປັນຢາເບື່ອ.

Contribute