ເຄືອເຂົາມວກ / Phekchena-lata

ເຄືອເຂົາມວກ / Phekchena-lata

Use
Medicine
Scientific Name / Family
Securidaca inappendiculata Hassk. / POLYGALACEAE
Synonyms
Securidaca bracteata A.W. Benn.
Securidaca scandens Buch.-Ham. ex Benth.
Securidaca tavoyana Wall. ex A.W. Benn.
Other Names
ລາວ: ໂຈ່ງອາງ, ໂຈ່ງລະອາງ ແລະ ເຄືອເຂົາມວກ.
ໄທ: ໝາກເຂືອແຈເຄືອ, ຈອງລະອາງ, ຈຸງອາງ, ຊອງລະອາງ ແລະ ສະກຸ້ນ.
ຫວຽດນາມ: Đằng ca, Dây đằng ca ແລະ Thuyền dực đằng.
ຈີນ: 蝉翼藤.
Conservation Status
Least Concern
Botanical Description

ລຳຕົ້ນເປັນລຳເຄືອ, ກ້ຽວພັນຕາມຕົ້ນໄມ້ໃຫຍ່. ໃບດ່ຽວ, ຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກວ້າງ 5-8 ຊມ, ຍາວ 10-12 ຊມ, ໂຄນໃບຕັດ ຫຼື ມົນ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວລຽບ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີມີຂະໜາດປະມານ 1 ຊມ, ສີບົວປົນສີແດງ. ກາບດອກມີ 5 ກາບ, 3 ກີບດອກມີຂະໜາດນ້ອຍ, 2 ກີບໃນຮູບໄຂ່, ສີບົວລັກສະນະຄ້າຍກີບດອກ. ກີບດອກມີ 3 ກີບ, 2 ກີບເທິງຮູບຂອບຂະໜານ, ກີບລຸ່ມຮູບຮີ. ເກສອນເພດຜູ້ມີ 8 ອັນເຊື່ອມຕິດກັນເປັນມັດ. ໝາກເປັນຝັກ, ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງ 1.5 ຊມ, ຍາວປະມານ 6 ຊມ. ແກ່ນມີ 1 ແກ່ນ, ມີປີກ.

Description of Use

ສັບພະຄຸນ:
    ແກ່ນໄມ້: ຕົ້ມດື່ມຮັກສາອາການເປ້ຍລ່ອຍ, ຊ່ວຍຂັບປັດສະວະ ແລະ ລະລາຍໜີ້ວໝາກໄຂ່ຫຼັງ.
    ໃບ: ໃຊ້ຂັບປັດສະວະ, ຮັກສາອາການບາດເຈັບ, ແກ້ໄຂຂໍ້ອັກເສບ, ແກ້ອາກນເຈັບກະດູກ, ແກ້ກະເພາະ ແລະ ລຳໄສ້ອັກເສບ,
    ທັງຕົ້ນ: ມີສັບພະຄຸນແກ້ອາການເຈັບຫຼັງເຈັບແອວ.
ຄຸນປະໂຫຍດ:
    ເປືອກ: ໃຊ້ເປັນວັດຖຸດິບໃນການເຈ້ຍ

Contribute