ຕົ້ນລວງໄຊ
APA 6th ed. ຕົ້ນລວງໄຊ. (2021, July 16). Retrieved from https://www.phakhaolao.la/index.php/kb/0001258
MLA 8th ed. ຕົ້ນລວງໄຊ. Pha Khao Lao, 16 July 2021, https://www.phakhaolao.la/index.php/kb/0001258.
Chicago 17th ed. Pha Khao Lao. 2021. "ຕົ້ນລວງໄຊ." Published July 16, 2021. https://www.phakhaolao.la/index.php/kb/0001258.
ຫວຽດນາມ: Chây xiêm.
ລຳຕົ້ນຂະໜາດກາງ, ສູງ 5-15 ມ, ກິ່ງອ່ອນ, ໃບອ່ອນ ແລະ ຊໍ່ດອກມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ຊົງຟຸ່ມກົມ ແລະ ສູງ. ໃບດ່ຽວ, ອອກວຽນສະຫຼັບ, ຮູບໄຂ່ປີ້ນ ຫຼື ຮູບບ່ວງ, ກວ້າງ 2-3.5 ຊມ, ຍາວ 4-8 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍມົນ ຫຼື ວ້ຳຕື້ນ, ຜິວໃບດ້ານເທິງສີຂຽວເຂັ້ມ, ມີຂົນສັ້ນກະຈາຍບໍລິເວນເສັ້ນກາງໃບ. ກ້ານໃບຍາວ 3-5 ມມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 5-10 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ, ສີຂາວອົມຂຽວ. ກາບດອກມີ 5 ກາບ, ຮູບຫຼິ່ມ, ປາຍແຫຼມ, ມີຂົນກະຈາຍຢູ່ທົ່ວ. ກີບດອກມີ 5-6 ກີບ, ຍາວ 2-3 ມມ, ສີຂາວ ຫຼື ສີເຫຼືອງອ່ອນ. ເກສອນເພດຜູ້ມີ 10 ອັນ, ບໍ່ສະເໝີກັນ, ກ້ານຊູຖົງລະອອງຍາວ 1-2 ມມ, ຖົງລະອອງຮູບຮີ, ຍາວ 0.8-1 ມມ. ເຕົ້າໄຂ່ຈັບເທິງ, ຮູບກົມ, ປາຍຮວງຮັບມົນ. ໝາກຂ້ອນຂ້າງກົມ, ຮູບຮີ ຫຼື ຮູບຫົວໃຈບ້ຽວ, ກວ້າງປະມານ 1.5 ຊມ, ຍາວປະມານ 1 ຊມ, ປາຍຕັດ, ເປືອກມີຂົນເລັກນ້ອຍ ຫຼື ກ້ຽງ. ແກ່ນຮູບກົມ, ຂະໜາດ 6-8 ມມ, ສີນ້ຳຕານອ່ອນ.
ອາຫານ:
ຍອດ, ໃບອ່ອນ ແລະ ດອກ: ຮັບປະທານເປັນຜັກສົດກັບແຈ່ວ, ລາບ ແລະ ຍຳ.
ໝາກສຸກ: ກິນເປັນໝາກໄມ້ໄດ້.
ສັບພະຄຸນ:
ຮາກ ແລະ ລຳຕົ້ນ: ຕົ້ມດື່ມ ຫຼື ອົມຮັກສາປາກເປັນແຜ ແລະ ແກ້ພິດສຳແດງ .
ຢາງຈາກຕົ້ນ: ຝົນທາ ຫຼື ຕຳທາຮັກສາພະຍາດຕານເຕັ້ນ
ເປືອກ: ຕົ້ມຄ້ຽວທາພະຍາດຕານເຕັ້ນ.
ພືດປະດັບ: ນິຍົມນຳມາປູກເປັນພືດປະດັບເນື່ອງຈາກມີປາຍຍອດທີ່ສວຍງາມ.
ຄຸນປະໂຫຍດ:
ລຳຕົ້ນ: ໃຊ້ກໍ່ສ້າງເຮັດເສົາ ແລະ ໃຊ້ເຜົ່າຖານ.
ເປືອກ: ສາມາດນຳມາຕົ້ມຍ້ອມຜ້າໂດຍໃຫ້ສີບົວແດງ.