ດອກແມງກະເບື້ອ / Butterfly Flower
APA 6th ed. ດອກແມງກະເບື້ອ / Butterfly Flower. (2021, July 5). Retrieved from https://www.phakhaolao.la/index.php/kb/0001237
MLA 8th ed. ດອກແມງກະເບື້ອ / Butterfly Flower. Pha Khao Lao, 5 July 2021, https://www.phakhaolao.la/index.php/kb/0001237.
Chicago 17th ed. Pha Khao Lao. 2021. "ດອກແມງກະເບື້ອ / Butterfly Flower." Published July 5, 2021. https://www.phakhaolao.la/index.php/kb/0001237.
ອັງກິດ: Butterfly Flower.
ເປັນໄມ້ຟຸ່ມເລືອຍ. ລຳຕົ້ນສູງ 1-2 ມ, ເນື້ອໜຽວ, ກິ່ງກ້ານແຕກແໜງເປັນຟຸ່ມໜາ, ລຳຕົ້ນ ແລະ ກິ່ງກ້ານມີຂົນອ່ອນນຸ້ມສີນ້ຳຕານແດງກະຈາຍຢ່າງໜາແໜ້ນ, ຜິວເປືອກສີນ້ຳຕານເທົາເຂັ້ມ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບຫອກປີ້ນ, ກວ້າງ 4-5 ຊມ, ຍາວ 5-8 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸມຢ່າງໜາແໜ້ນທັງສອງດ້ານ. ຫູໃບເຫັນຊັດເຈນຢູ່ລະຫວ່າງກ້ານໃບ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍກິ່ງ. ໃບປະດັບຊໍ່ດອກຮຸບໄຂ່, ສີຂາວ. ດອກຍ່ອຍຈຳນວນຫຼາຍ, ຮູບດອກເຂັມ, ມີເສັ້ນຜ່າສູນກາງປະມານ 1 ຊມ, ສີເຫຼືອງ ຫຼື ສີສົ້ມ. ກາບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 5 ແສກ, ຮູບຫອກ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 2 ຊມ, ປາກຫຼອດມີຂົນອ່ອນນຸ້ມຍາວ, ປາຍແຍກອອກເປັນ 5 ແສກ, ຫອກ ຫຼື ຮູບໄຂ່. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ໃນຫຼອດກີບດອກ. ໝາກ 1 ພວງຈະມີໝາກ 15-20 ໜ່ວຍ, ຮູບໄຂ່ ຫຼື ຮູບຮີ, ຂະໜາດນ້ອຍ, ຜິວມີປ່ອງອາກາດກະຈາຍຢູ່ທົ່ວ, ມີກາບດອກຕິດປາຍ. ແກ່ນມີຈຳນວນຫຼາຍ.
ສັບພະຄຸນ:
ຮາກ: ຕົ້ມດື່ມເປັນຢາລະບາຍ, ຊ່ວຍຈະເລີນອາຫານ, ນຳມາຂູດປະສົມກັບຮາກຜັກຄາດ ແລະ ຮາກໝາກແຄ້ງໃຊ້ຕົ້ມກັບໄກ່ກິນເປັນຢາແກ້ອາການເຈັບແຂ້ວ.
ເຄືອ: ແກ້ໄຂ້ພິດສຳແດງ ແລະ ແກ້ໄຂ້ທັບກະດູກ.
ລຳຕົ້ນ: ນຳມາຕົ້ມປະສົມກັບສະໝູນໄພ 9 ຊະນິດບຳລຸງກຳລັງ ແລະ ໃຊ້ເປັນຢາຮັກສາລິດຊີດວງທະວານ.
ເປືອກ, ເນື້ອໄມ້ ແລະ ເຫງົ້າ: ມີສັບພະຄຸນເປັນຢາກະຈາຍເລືອດ ແລະ ໃຊ້ເປັນຢາຂັບໜີ້ວ.
ພືດປະດັບ: ປັດຈຸບັນນິຍົມນຳມາປູກເປັນໄມ້ປະດັບທົ່ວໄປ.