ຫອຍໂອກ / Apple Snail
APA 6th ed. ຫອຍໂອກ / Apple Snail. (2021, June 4). Retrieved from https://www.phakhaolao.la/index.php/kb/0001180
MLA 8th ed. ຫອຍໂອກ / Apple Snail. Pha Khao Lao, 4 June 2021, https://www.phakhaolao.la/index.php/kb/0001180.
Chicago 17th ed. Pha Khao Lao. 2021. "ຫອຍໂອກ / Apple Snail." Published June 4, 2021. https://www.phakhaolao.la/index.php/kb/0001180.
Ampullaria ampullacea var. javensis G. Nevill, 1885
Ampullaria fasciata Lamarck, 1822
Ampullaria gruneri Philippi, 1852
Helix ampullacea Linnaeus, 1758
Pachylabra ampullacea (Linnaeus, 1758)
Pachylabra ampullacea var. saleyerensis Kobelt, 1912
Pomacea orbata Perry, 1811
ລັກສະນະທົ່ວໄປຂອງຫອຍໂອກ ເປືອກມີລັກສະນະໂພງກົມເປັນກຽວ, ຊ່ອງປາກຂອງເປືອກກວ້າງ, ມີຝາປິດຄັກແນ່, ຕິນແປ ແລະ ກວ້າງ, ໂຕຫອຍຈະມີຈະງອຍປາກແບ່ງເປັນສອງຮິມ, ແຕ່ລະຮີມຈະມີໜວດຮຽວ ແລະ ຍາວຫຼາຍ, ຕາຢູ່ທີ່ບໍລິເວັນກົກໜວດ, ຫາຍໃຈດ້ວຍຟັນຟືມ, ເຊິ່ງຢູ່ໃນຊ່ອງໃຫຍ່ພາຍໃນເປືອກກັນໄວ້. ເປືອກເປັນສີຂຽວ, ເປືອກກວ້າງເຖິງ 5 ຊັງຕິແມັດ, ເຊິ່ງຫອຍໂອກຢູ່ໄດ້ທັງໃນນ້ຳ ແລະ ບົກບ່ອນຊຸ່ມຊື່ນ ທີ່ເປັນດິນປົນຊາຍ ແລະ ຕາມຊອກຕາມໂພງແຄມໜອງ. ອາຫານຂອງພວກມັນໄດ້ແກ່ພືດ, ຮາກພືດ, ໃບໄມ້ ແລະ ກິ່ງງ່າໄມ້ໃນນ້ຳ.
ສຳລັບຫອຍໂອກ ຮູບຊົງຈະກົມປ້ອມ ແລະ ຍອດກົ້ນເປືອກສັ້ນ ຫຼື ເກືອບແປ, ເປືອກຈະມັກເປັນສີຂຽວປົນສີນ້ຳຕານ ເປັນສີລ້ວນທັ້ງເປືອກ ຫຼື ເປັນລາຍສີເຫຼືອງ, ຂອບປາກຈະບາງເປືອກດ້ານໃນຂອງຂອບປາກຈະມີສີຂາວ ຫຼື ສີເຫຼືອງປົນສີສົ້ມ, ປາກບໍລິເວັນຝາປິດຄ້າຍຮູບໝາກມ່ວງ ແລະ ກຽວມີປະມານ 3 ຮອບກຽວ.
ປະຈຸບັນຫອຍຊະນິດດ່ັງກ່າວແມ່ນຍັງມີຢູ່ໃນທຳມະຊາດໜ້ອຍ, ເພາະແຫຼ່ງນ້ຳທຳມະຊາດປົນເປື້ອນດ້ວຍສານເຄມີ ແລະ ເຮັດໃຫ້ມັນມີທ່າອ່ຽງຫຼຸດລົງ. ແຕ່ຄວາມນິຍົມຮັບປະທານຫອຍຊະນິດນີ້ແມ່ນຍັງເພີ່ມຂຶ້ນ ເຮັດໃຫ້ມີຄວາມຕ້ອງການຂອງຜູ້ບໍລິໂພກເພີ່ມຂຶ້ນ, ເຮັດໃຫ້ມີຄວາມຕ້ອງການຂອງຕະຫຼາດສູງຂຶ້ນ, ເຮັດໃຫ້ມີລາຄາສູງຂຶ້ນ ແລະ ກາຍເປັນຫອຍທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ຄວນຫັນພາກັນມາລ້ຽງເພື່ອຂາຍ ແລະ ຮັບປະທານໃນອານາຄົດ.
ສາມາດນຳມາປູງແຕ່ງເປັນອາຫານໄດ້ຫຼາກຫຼາຍລາຍການເຊັ່ນ: ຕົ້ມ, ໜື້ງ ຫຼື ລວກໃຫ້ສູກ ກິນກັບແຈ່ວສົ້ມ, ແກງ, ກ້ອຍ ແລະ ຂົ້ວ.