ຕົ້ນເປົ້ານ້ອຍ / Pao noy
APA 6th ed. ຕົ້ນເປົ້ານ້ອຍ / Pao noy. (2021, May 29). Retrieved from https://www.phakhaolao.la/index.php/kb/0001167
MLA 8th ed. ຕົ້ນເປົ້ານ້ອຍ / Pao noy. Pha Khao Lao, 29 May 2021, https://www.phakhaolao.la/index.php/kb/0001167.
Chicago 17th ed. Pha Khao Lao. 2021. "ຕົ້ນເປົ້ານ້ອຍ / Pao noy." Published May 29, 2021. https://www.phakhaolao.la/index.php/kb/0001167.
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 1-4 ມ, ຍອດອ່ອນປົກຄຸມດ້ວຍຂົນສີແດງອ່ອນ, ແຕກກິ່ງກ້ານສາຂາຈຳນວນຫຼາຍ. ໃບດ່ຽວ, ຮູບຫອກປີ້ນ, ອອກວຽນສະຫຼັບ, ກ້ວາງ 4-6 ຊມ, ຍາວ 10-15 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບໃກ້ກັບປາຍຍອດ. ດອກຍ່ອຍຂະໜາດນ້ອຍ, ຈຳນວນຫຼາຍ, ດອກແຍກເພດໃນຕົ້ນດຽວກັນ. ດອກເພດຜູ້ມີກາບດອກ ແລະ ກີບດອກຢ່າງລະ 5 ກີບ. ເກສອນເພດຜູ້ມີ 15-20 ອັນ. ດອກແມ່ອາດມີກາບດອກຫຼາຍກວ່າດອກຜູ້, ບໍ່ມີກີບດອກ. ໝາກຮູບກົມ, ມີຂະໜາດ 0.5-1 ຊມ, ມີ 3 ພູ, ໝາກແຫ້ງແລ້ວແຕກ. ແກ່ນຂະໜາດນ້ອຍ, ຜິວລຽບ.
ສັບພະຄຸນ:
ໃບ: ໃຊ້ເປັນຢາ
ທັ້ງຕົ້ນ: ປຸງເປັນຢາຮັກສາພະຍາດລຳໄສ້ອັກເສບ