ຕົ້ນໝາກຂີ້ແບ້ / Lime Berry
APA 6th ed. ຕົ້ນໝາກຂີ້ແບ້ / Lime Berry. (2021, February 4). Retrieved from https://www.phakhaolao.la/index.php/kb/0001035
MLA 8th ed. ຕົ້ນໝາກຂີ້ແບ້ / Lime Berry. Pha Khao Lao, 4 February 2021, https://www.phakhaolao.la/index.php/kb/0001035.
Chicago 17th ed. Pha Khao Lao. 2021. "ຕົ້ນໝາກຂີ້ແບ້ / Lime Berry." Published February 4, 2021. https://www.phakhaolao.la/index.php/kb/0001035.
ອັງກິດ: Lime Berry, Padra-guta, Bonduk guti goch, Gobar-buti ແລະ Khilaguti-goch.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ໄມ້ຟູຸ່ມຂະໜາດກາງ. ລຳຕົ້ນສູງຮອດ 10 ມ, ກິ່ງອ່ອນມີຂົນສັ້ນ, ສີເທົາ, ລຳຕົ້ນມີສີຂຽວ, ລຳຕົ້ົນພາກສ່ວນແກ່ເປັນສີນ້ຳຕານປົນເທົາ ແລະ ແຕກເປັນຮ່ອງຕາມລວງຍາວ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 7-15 ໃບ, ອອກຮຽງສະຫຼັບ, ຮູບໄຂ່, ກ້ວາງ 2-4 ຊມ, ຍາວ 3-7 ຊມ, ໂຄນໃບບ້ຽວ, ຂອບໃບລຽບ ຫຼື ແສກແຂ້ວ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບເປັນສີຂຽວອ່ອນ, ມີຕ່ອມນ້ຳມັນນ້ອຍໆກະຈາຍທົ່ວແຜ່ນໃບ, ຜິວໃບດ້ານເທິງມີຂົນສັ້ນ, ທ້ອງໃບມີຂົນອ່ອນນຸ້ມກະຈ່າຍຢູ່ທົ່ວ, ມີກິ່ນຫອມ. ຊໍ່ດອກແບບແຕກແໜງ, ອອກຢູ່ບໍລິເວນປາຍກິ່ງ ຫຼື ປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີ່ຈະມ້ວນກັບໄປທາງຫຼັງ, ສີຂາວອົມເຫຼືອງ. ກາບດອກມີ 5 ກາບ, ຮູບໄຂ່, ສີຂຽວປົນສີຂາວ. ກີບດອກມີ 5 ກີບ, ຮູບຂອບຂະໜານ. ເກສອນເພດຜູ້ມີ 10 ອັນບບໍ່ສະເໝີກັນ, ມີ 5 ອັນສັ້ນ, 5 ອັນຍາວ, ຖົງລະອອງຈັບຢູ່ປາຍ, ສີເຫຼືອງ. ເຕົ້າໄຂ່ຈັບເທິງຮູບໄຂ່, ສີຂຽວ, ຄໍເຕົ້າໄຂ່ຍາວປະມານ 3 ມມ, ປາຍຮ່ວງຮັບນູນຂື້ນເລັັກນ້ອຍ, ສີຂາວ. ໝາກອອກເປັນພວງ, ຮູບກະສວຍ ຫຼື ຮູບໄຂ່, ຜິວລຽບໃສ, ເນື້ອອວບນ້ຳ, ໝາກອ່ອນເປັນສີຂຽວອ່ອນ, ໝາກແກ່ມີສີສົ້ມ ຫຼື ສີແດງ, ມີຂົນປົກຄຸມ.
ອາຫານ:
- ຍອດ ແລະ ດອກ: ໃຊ້ຮັບປະທານເປັນຜັກສົດໄດ້ເຊັ່ນ ກິນກັບແຈ່ວ, ກັບເຂົ້າປຸ້ນ ຫຼື ກັບແກງປາ.
ສັບພະຄຸນ:
- ຮາກ: ຮັກສານິ້ວໃນໝາກໄຂ່ຫຼັງ (ປະສົມກັບຮາກຕົ້ນຍິກບໍ່ຖອງຝົນກັບນ້ຳມ່າເຂົ້າດື່ມ), ໃຊ້ເປັນຢາຮັກສາລິດຊີດວງ, ເປັນຢາຂັບເລືອດ, ແກ້ເລືອດຂຸ້ນ, ຮັກສາອາການໄຂ້, ແກ້ພະຍາດຫອບຫືດ, ຊ່ວຍແກ້ລົມ, ຮັກສາໜອງໃນ, ໃຊ້ພອກແຜລິດຊີດວງທະວານໜັກ ແລະ ຮັກສາແຜຊ້ຳເຮື້ອ.
- ຕົ້ນ: ເປັນຢາຂັບພະຍາດພິດໄສ້ເດືອນ, ຊ່ວຍແກ້ລົມພາຍໃນໃຫ້ກະຈາຍ, ເປັນຢາແກ້ເລືອດໃນລຳໄສ້ ແລະ ຊ່ວຍແກ້ໄອ (ຕົ້ມ, ໃບ).
- ເປືອກຕົ້ນ: ໃຊ້ເປັນຢາຮົມຮັກສາລິດສີດວງທະວານໜັກ (ໃບ, ເປຶອກໝາກ), ຊ່ວຍເຮັດໃຫ້ເລືອດໃນຄໍ ແລະ ລຳໄສ້ກະຈາຍ.
- ໃບ: ເປັນຢາແກ້ໄຂ້, ຕົວເຫຼືອງ, ເປັນຢາແກ້ຫືດໄອ, ຊ່ວຍແກ້ລົມສຽດແທງ, ຊ່ວຍຂັບລົມ, ນຳມາທາແກ້ຜື່ນຄັນ, ພອກ ຫຼືື ອົບອາຍນ້ຳ, ແກ້ຜື່ນຄັນ, ຊ່ວຍເຮັດໃຫ້ເລືອດລົມໄຫຼວຽນໄດ້ດີ ແລະ ຊ່ວຍແກ້ລົມອຳມະພາດ.
- ດອກ: ຊ່ວຍຂັບເສມຫະ, ໃຊ້ເປັນຢາຂ້າແບັກທິເຣຍ ແລະ ຮັກສາແຜຊ້ຳເຮື້ອ.
- ໝາກ: ເປັນຢາຖ່າຍ.
- ທັງຕົ້ນ: ເັປນຢາບຳລຸງນ້ຳບີ.
- ບໍ່ລະບຸສ່ວນທີ່ໃຊ້: ເປັນຢາຂັບຂີ້ກະເທີ່, ແກ້ລົມ, ເປັນຢາຂັບພະຍາດພິດ, ແກ້ຜ່ອມແຫ້ງ, ຫອບຫືດໄອ, ແກ້ລິດຊີດວງ, ຊ່ວຍຂັບເລືອດ ແລະ ຂັບໜອງໃນຕົກ.
- ສານສະກັດຈາກຕົ້ນ ຫຼື ດອກ: ຊ່ວຍຄາຍກ້າມເນື້ອ.
ນ້ຳມັນຫອມລະເຫີຍ:
- ຕົ້ນ ຫຼື ດອກ: ສາມາດນຳມາສະກັດເປັນນ້ຳມັນຫອມລະເຫີຍ, ເປັນນ້ຳຫອມ, ເປັນຢາຂ້າແບັກທິເຣຍ ແລະ ເປັນຢາຄ້າຍກ້າມຊີ້ນ.