ເສົາຫຼາ / Saola
APA 6th ed. ເສົາຫຼາ / Saola. (2022, October 13). Retrieved from https://www.phakhaolao.la/index.php/kb/0001479
MLA 8th ed. ເສົາຫຼາ / Saola. Pha Khao Lao, 13 October 2022, https://www.phakhaolao.la/index.php/kb/0001479.
Chicago 17th ed. Pha Khao Lao. 2022. "ເສົາຫຼາ / Saola." Published October 13, 2022. https://www.phakhaolao.la/index.php/kb/0001479.
ຫວຽດນາມ: Saola
Eng: Asian unicorn
ເປັນສັດລ້ຽງລູກດ້ວຍນໍ້ານົມທີ່ມີຂະໜາດໃຫຍ່ ຖືກຂະໜານນາມໃຫ້ເປັນ “ຢູນິຄອນແຫ່ງເຂດອາຊີ” (Asian Unicorn), ຄວາມສູງຈາກພື້ນດິນເຖິງບ່າໄຫຼ່ປະມານ 84 ຊັງຕີແມັດ ແລະ ມີນ້ຳໜັກປະມານ 80-100 ກິໂລ. ປັດຈຸບັນຖືກຈັດເປັນສັດທີ່ຖືກຄຸກຄາມ ຫຼື ໃກ້ຈະສູນພັນ ທັງເປັນສັດປ່າບັນຊີ I ຫຼື ປະເພດຫວງຫ້າມອີກດ້ວຍ. ເສົາຫຼາ-Saola: ເປັນສັດປ່າມີລັກສະນະຄ້າຍຄືກັບກວາງ, ມີເຂົາທີ່ຍາວ ແລະ ເປັນສັດຕະກຸນດຽວກັນ ກັບຈໍາພວກງົວປ່າ,ເຊິ່ງຖືກຄົ້ນພົບຄັ້ງທໍາອິດໃນປີ 1992 ໂດຍທ່ານ John MacKinnon ທີ່ເຂດປ່າສະຫງວນ Vu Quang ຂອງປະເທດຫວຽດນາມ. ລັກສະນະພິເສດຂອງ ເສົາຫຼາ-Saola: ມີຂົນສີນໍ້າຕານເຂັ້ມ, ມີລາຍສີຂາວຢູ່ບໍລິເວນໜ້າ, ມີເຂົາທີ່ຍາວ, ໂຄ້ງ ແລະ ແຫຼມຄົມ (ອາດຍາວເຖິງ 50 ຊັງຕີແມັດ), ມີຕ່ອມກ້ອງຕາຂະໜາດໃຫຍ່ (ໃຊ້ສຳລັບປ່ອຍສານເຄມີທີ່ສາມາດສື່ສານກັບໂຕແມ່ໄດ້), ຫາງຍາວປະມານ 30 ຊັງຕີແມັດ. ເສົາຫຼາຈັດເປັນສັດສະເພາະຖິ່ນທີ່ພົບໄດ້ສະເພາະປ່າແຖບຊາຍແດນລາວ-ຫວຽດນາມ.
International Union for Conservation of Nature (IUCN) ໄດ້ປະເມີນສະຖານະພາບຂອງຈໍານວນປະຊາກອນ ເສົາຫຼາ-Saola ໄວ້ຄື: ໃນປັດຈຸບັນປະຊາກອນເສົາຫຼາມີໜ້ອຍກວ່າ 750 ໂຕໃນທົ່ວໂລກ ແລະ ໃນທຸກໆ 10 ປີ ສັດຊະນິດນີ້ອາດຈະຫຼຸດລົງເຖິງ 80% ແລະ ຄາດການວ່າຈະສູນພັນໄປທັງໝົດໃນປີ 2050.
ສາເຫດ: ຕົ້ນຕໍໃນການສູນພັນຂອງສັດຊະນິດນີ້ຄື: ບໍ່ສາມາດປັບຕົວຕໍ່ສະພາບແວດລ້ອມທີ່ມີພື້ນທີ່ປ່າຫຼຸດລົງໄດ້, ສັດຊະນິດນີ້ຕົກເປັນເຫຍື່ອກັບດັກທີ່ຖືກວາງໄວ້ຈໍານວນຢ່າງຫຼາຍພາຍໃນປ່າທີ່ປະຊາຊົນວາງໄວ້ເພື່ອລ່າກວາງ ແລະ ໝູປ່ານັ້ນ. ນອກນັ້ນ ເສົາຫຼາ-Saola ຍັງຖືກລ່າເພື່ອເອົາອະໄວຍະວະພາຍໃນໄປນໍາໃຊ້ເປັນຢາພື້ນເມືອງຕາມຄວາມເຊື່ອແບບດັ່ງເດີມ, ສາເຫດເຫຼົ່ານີ້ລ້ວນແຕ່ສົ່ງຜົນເຮັດໃຫ້ປະຊາກອນ ເສົາຫຼາ-Saola ຫຼຸດລົງໃນແຕ່ລະປີ.
ອາຫານ:
- ຊີ້ນ: ນຳມາປຸ່ງອາຫານໄດ້, ດັ່ງນັ້ນປະຊາຊົນຈຶ່ງເກີດມີການລ່າເພື່ອນຳມາເປັນອາຫານເຮັດໃຫ້ພວກມັນມີຄວາມສ່ຽງສູງໃນການສູງພັນ
ຢາ:
- ອາໄວຍະວະພາຍໃນ: ປະຊາຊົນເຊື່ອວ່າອະໄວຍະວະພາຍໃນຂອງເສົາຫຼາໃຊ້ເປັນຢາພື້ນ ເມືອງໃນການປົ່ວພະຍາດໄດ້ດີ