ນົກອ້ຽງຫຼອດ / Indian Myna
APA 6th ed. ນົກອ້ຽງຫຼອດ / Indian Myna. (2022, October 15). Retrieved from https://www.phakhaolao.la/index.php/kb/0001458
MLA 8th ed. ນົກອ້ຽງຫຼອດ / Indian Myna. Pha Khao Lao, 15 October 2022, https://www.phakhaolao.la/index.php/kb/0001458.
Chicago 17th ed. Pha Khao Lao. 2022. "ນົກອ້ຽງຫຼອດ / Indian Myna." Published October 15, 2022. https://www.phakhaolao.la/index.php/kb/0001458.
French: Mainate triste, Martin familier, Martin triste ແລະ Merle des Moluques.
Indonesian: Kerak Ungu
Japanese: インドハッカ ແລະ カバイロハッカ.
Thai: ນົກອ້ຽງຫງອນກົ້ນລາຍ
Vietnamese: Chim Sáo nâu ແລະ Sáo nâu.
Chinese: 家八哥.
ເປັນນົກທີ່ບໍ່ຕື່ນຄົນ ມັກຫາກິນໃກ້ທີ່ຢູ່ໄສຂອງຄົນ. ມີຂະໜາດນ້ອຍປະມານ 25 ຊມ. ໂຕຜູ້ ແລະ ຕົວແມ່ມີລັກສະນະເໝືອນກັນ, ປາກ ແລະ ເນື້ອບໍລິເວນຕາສີເຫຼືອງ, ດ້ານເທິງຂອງລຳໂຕເປັນສີນ້ຳຕານ, ຫົວ ແລະ ຄໍເປັນສີດຳ, ເອິກ ແລະ ທ້ອງມີສີນ້ຳຕານ ຍົກເວັ້ນບໍລິເວນກາງທ້ອງມີສີອ່ອນກວ່າບໍລິເວນອື່ນ, ຂົນຄຸມໃຕ້ຄາງສີຂາວ, ປີກສີນ້ຳຕານແກມດຳ ແລະ ຂາວ, ຂົນປີກດ້ານເທິງມີສີດຳແຖບຂາວ, ຂະນະບິນໃຂ້ປີກຂາວ, ປີກເທິງມີວົງຂາວເປັນວົງກ້ວາງ, ແຂງ ແລະ ຕີນເປັນສີເຫຼືອງ, ຂາຮຽວນ້ອຍ, ນິ້ວຕີນແຂງແຮງ. ສ່ວນນົກໄວອ່ອນ ມີຫົວ ແລະ ເອິກສີນ້ຳຕານ, ບາງໂຕຫົວລ້ານເຫັນໜັງສີເຫຼືອງ.
ຖິ່ນອາໄສ: ສາມາດປັບໂຕເຂົ້າກັບພື້ນທີ່ທີ່ມີຄົນຫຼາຍ ຫຼື ໃນເມືອງ ລວມທັງພື້ນທີ່ການກະເສດ, ເປັນນົກປະຈຳຖິ່ນສາມາດພົບໄດ້ທຸກພາກ.
ອາຫານ: ອາຫານທີ່ນິຍົມຂອງນົກຊະນິດນີ້ໄດ້ແກ່ແມງໄມ້ຕ່າງໆ ຕະຫຼອດຮອດໜອນ, ເມັດເຂົ້າ, ເມັດພືດ ແລະ ສັດເລືອຄານຂະໜາດນ້ອຍບາງຊະນິດ ເຊັ່ນ: ຂີ້ກະເດືອນ. ມັກອອກຫາກິນໃນຕອນເຊົ້າກ່ອນທ່ຽງ ແລະ ບ່າຍ
ພຶດຕິກຳ: ຫາກິນຢູ່ຕາມພື້ນດິນປະປົນກັບນົກຊະນິດອື່ນໆ, ມັກຢາງສະຫຼັບ, ເຕັ້ນກະໂດດມັກການຕໍ່ສູ້. ຊ່ວງຕອນກາງເວັນຊ່ວງອາກາດຮ້ອນຈັດຈະເກາະພັກຜ່ອນ ຫຼື ຫຼົບຊ້ອນຕາມກິ່ງໄມ້ທີ່ມີໃບໜາແໜ້ນ. ຊ່ວງນອກລະດູປະສົມພັນຈະເຫັນພວກມັນພັກຕາມຕົ້ນໝາກພ້າວ, ຕົ້ນຕານ, ຕົ້ນປາມ, ກໍ່ໄຜ່, ກິ່ງໄມ້ ແລະ ສິ່ງກໍ່ສ້າງ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານໄດ້.
ປະໂຫຍດ:
- ເນື່ອງຈາກເປັນນົກທີ່ມັກກິນແມງໄມ້ເພາະສະນັ້ນມັນຈຶ່ງມີຄວາມສຳຄັນໃນການກຳຈັດແມງໄມ້ ແລະ ໜອນສັດຕູພືດ
ລະດູປະສົມພັນ: ປະສົມພັນໃນຊ່ວງລະດູຝົນລະຫວ່າງເດືອນພຶດສະພາ ຫາເດືອນກັນຍາ, ສ້າງຮັງໃນໂພງໄມ້, ຫຼັງຄາບ້ານ, ຕົ້ນໄມ້ປະເພດຕົ້ນປາມ, ໂຕຜູ້ ແລະ ໂຕແມ່ ຈະຊ່ວຍກັນສ້າງຮັງດ້ວຍເສດໄມ້, ວາງໄຂ່ຢູ່ຮັງເດີມທຸກປີ, ວາງໄຂ່ຄັ້ງລະ 1-3 ໜ່ວຍ, ໄຂ່ສີຟ້າ ແລະ ປ່ຽນກັບຝັກໄຂ່ປະມານ 14 ວັນ ຈຶ່ງຝັກອອກເປັນໂຕ.