ນົກໄກ່ນາອົກເຫຼືອງ / Slaty-legged Crake
APA 6th ed. ນົກໄກ່ນາອົກເຫຼືອງ / Slaty-legged Crake. (2022, October 15). Retrieved from https://www.phakhaolao.la/index.php/kb/0001444
MLA 8th ed. ນົກໄກ່ນາອົກເຫຼືອງ / Slaty-legged Crake. Pha Khao Lao, 15 October 2022, https://www.phakhaolao.la/index.php/kb/0001444.
Chicago 17th ed. Pha Khao Lao. 2022. "ນົກໄກ່ນາອົກເຫຼືອງ / Slaty-legged Crake." Published October 15, 2022. https://www.phakhaolao.la/index.php/kb/0001444.
Rallina minahasa
French: Râle de forêt, Râle hindou
Indonesian: Burung Tikusan Kaki Kelabu, Burung Tikusan Kaki-kelabu, Tikusan Kaki-kelabu
Japanese: オオクイナ
Thai: ນົກອັນຊັນປ່າຂາເທົາ
Vietnamese: Gà nước họng trắng
Chinese: 灰腳秧雞, 灰腿秧鸡, 白喉斑秧雞, 白喉斑秧鸡
ึ ຄ້າຍກັບນົກໄກ່ນາຂາແດງ ແຕ່ມີຂະໜາດໃຫຍ່ກວ່າ, ປາກໜາ ແລະ ຍາວກວ່າ, ປີກບໍ່ມີລາຍຂວາງ, ຂາ ແລະ ຕີນມີສີເທົາ, ປີກ ແລະ ຫຼັງມີສີນ້ຳຕານເຂັ້ມຫຼາຍກວ່າ. ນົກໄກ່ນາອົກເຫຼືອງມີລັກສະນະເດັ່ນຄືບໍລິເວນເອິກມີລາຍສີຂາວສະຫຼັບສີດຳພາດຂວາງ, ຫົວ ແລະ ເອິກມີສີສົ້ມປົນນ້ຳຕານ, ມ່ານຕາສີແດງ, ຄໍສີຂາວປົນສີເຫຼືອງ, ວົງຮອບຕາເປັນສີແດງ ແລະ ມີລາຍຂີດສີຂາວເທິງປີກ
ສຽງຮ້ອງ: ເກັກ-ເກັກ ແລະ ມີສຽງເຕືອນໄພດັງ ຄຼື-ຄຼ່າ-ຄຼ່າ-ຄ່າ
ຖິ່ນອາໄສ: ອາໄສຢູ່ຕາມລຳທານ ແລະ ພື້ນທີ່ຊຸ່ມນ້ຳໃນປ່າ. ຊ່ວງລະດູອົບພະຍົບພົບໄດ້ຫຼາຍແຫຼ່ງອາໄສ, ພົບທີ່ຮາບພຽງ ແລະ ຢູ່ທີ່ລະດັບຄວາມສູງເໜືອໜ້ານ້ຳທະເລເຖິງ 1.500 ແມັດ
ອາຫານ: ອາຫານຂອງພວກມັນແມ່ນສັດຂະໜາດນ້ອຍ ແລະ ໝາກໄມ້ຕາມພື້ນປ່າ
ອາຫານ:
- ຊີ້ນ: ໃຊ້ເປັນອາຫານ