ຫມາລື່ງນ້ອຍ / Small-toothed Ferret Badger
APA 6th ed. ຫມາລື່ງນ້ອຍ / Small-toothed Ferret Badger. (2022, May 5). Retrieved from https://www.phakhaolao.la/index.php/kb/0001426
MLA 8th ed. ຫມາລື່ງນ້ອຍ / Small-toothed Ferret Badger. Pha Khao Lao, 5 May 2022, https://www.phakhaolao.la/index.php/kb/0001426.
Chicago 17th ed. Pha Khao Lao. 2022. "ຫມາລື່ງນ້ອຍ / Small-toothed Ferret Badger." Published May 5, 2022. https://www.phakhaolao.la/index.php/kb/0001426.
ຊື່ສາມັນ: Chinese ferret-badger ແລະ small-toothed ferret-badger.
ຈີນ: 鼬獾屬.
ຫົວ ແລະ ລໍາຕົວຍາວ: 33–39 ຊມ. ຫາງຍາວ: 14-21 ຊມ. ຖ້າເບິ່ງແບບຜີວເຜີນແລ້ວໝາລື່ງນ້ອຍກໍ່ຄ້າຍຄືກັບສັດຈໍາພວກຈອນຟອນ, ສິ່ງທີ່ໂດດເດັ່ນທີ່ສຸດໄດ້ແກ່ລັກສະນະຂອງແຂ້ວ, ລັກສະນະພາຍນອກດັ່ງກ່າວຍັງລວມທັງພວກມັນມີໜ້າກາກສີຂາວ, ດໍາ ແລະ ໂດຍທົ່ວໄປມີຫົວເປັນສີດຳ, ມີແຖບສີຂາວລະຫວ່າງຕາທັງສອງ ແລະ ແຖບສີຂາວດ້ານຫຼັງຂອງຫົວຈົນຮອດກາງຫຼັງ, ຂາຂອງມັນສັ້ນ.
ອຸປະໄສ: ເປັນສັດຫາກິນກາງຄືນ, ແຕ່ອອກຫາກິນແຕ່ເຊົ້າ ແລະ ຕອນຫົວຄ່ຳ. ເປັນສັດທີ່ຢູ່ຕາມພື້ນດິນເປັນສ່ວນຫຼາຍ, ແຕ່ບາງຄັ້ງຄາວສາມາດປີນຕົ້ນໄມ້ໄດ້. ພວກມັນກິນຕັກແຕນ, ແມງໄມ້ ແລະ ຂີ້ກະເດືອນເປັນອາຫານ.
ຖິ່ນອາໄສ: ບໍ່ທັນຮູ້ແຈ້ງ. ອີງຕາມຄວາມເປັນມາຂອງການບັນທຶກຈາກຊຽງຂວາງ ແລະ ຜົ້ງສາລີ. ປະຈຸບັນບໍ່ທັນມີລາຍງານ.
ການສືບພັນ: ໝາລື່ງຈະເລີ່ມປະສົມພັນໃນຊ່ວງເດືອນ ມີນາ ແລະ ໂຕແມ່ຈະເກີດລູກໃນຊ່ວງເດືອນ ພຶດສະພາ ໂດຍຈະໄດ້ລູກເຖິງ 3 ໂຕ. ລູກເກີດໃໝ່ຕາຈະບອດ ແລະ ມີຂົນຍາວ, ມີລວດລາຍສີດຽວກັບຕົວເຕັມໄວ ແລະ ຈະລືມຕາເມື່ອມີອາຍຸໄດ້ 2 ອາທິດ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານໄດ້.