ກະແຕເໜືອ / Northern treeshrew
APA 6th ed. ກະແຕເໜືອ / Northern treeshrew. (2022, January 21). Retrieved from https://www.phakhaolao.la/index.php/kb/0001359
MLA 8th ed. ກະແຕເໜືອ / Northern treeshrew. Pha Khao Lao, 21 January 2022, https://www.phakhaolao.la/index.php/kb/0001359.
Chicago 17th ed. Pha Khao Lao. 2022. "ກະແຕເໜືອ / Northern treeshrew." Published January 21, 2022. https://www.phakhaolao.la/index.php/kb/0001359.
ສາກົນ: Northern treeshrew, Northern Tree Shrew ແລະ common tree shrew.
ຈໍາພວກກະແຕ ເຜົ່າ Scandlentia: ມີພຽງຕະກູນດຽວຄື Tipalidae ຊຶ່ງເປັນສັດສະເພາະຖິ່ນຂອງຂົງເຂດ ອິນໂດ-ມາລາຢັນ.
- ກະແຕ: ຕະກູນ Tipaliidae: ເປັນສັດຂະໜາດນ້ອຍ, ລ້ຽງລູກດ້ວຍນ້ຳນົມທີ່ມີຂະໜາດເທົ່າກັບກະຮອກ, ປາກຍາວແຫຼມອອກ ແລະ ຫາງຍາວ, ເປັນຊະນິດທີ່ປີນໄຕ່ ແລະ ອອກຫາກິນໃນເວລາກາງເວັນ, ກິນອາຫານໄດ້ທັງພືດ ແລະ ສັດ ເຊິ່ງປະກອບດ້ວຍໝາກໄມ້, ແມງໄມ້ ແລະ ສັດມີກະດູກສັນຫລັງຂະໜາດນ້ອຍ, ທົ່ວໂລກມີ 19 ຊະນິດ ຈາກ 5 ສະກຸນ ສປປ ລາວ ມີ 2 ສະກຸນ ແລະ 2 ຊະນິດ
ກະແຕເໜືອ (Tupaia belangeri).
ຫົວ ແລະ ລຳໂຕຍາວ: 16-20 ຊມ, ຫາງຍາວ: 15-20 ຊມ.
ຈຳແນກໄດ້ຈາກກະແຕຫາງຍາວ, ມີຂະໜາດໃຫຍ່ກວ່າ, ມີຫາງນ້ອຍເຊິ່ງຍາວເທົ່າກັບສ່ວນຫົວ ແລະ ລຳໂຕ. ມີອຸປະນິໄສແຕກຕ່າງກັນຫຼາຍ. ມີຂົນສີນ້ຳຕານທີ່ມີລາຍພາດຢູ່ບ່າສີຈ່າງ.
ອຸປະນິໄສ: ຫາກິນກາງເວັນສວນຫຼາຍ ຫາກິນຢູ່ຕາມໜ້າດິນ ແລະ ໃຕ້ຟຸ່ມໄມ້, ກຳນົດອານາເຂດໂດຍທັງສອງເພດຈະຍ່ຽວໄວ້ ເພື່ອເປັນເຄື່ອງໝາຍບອກອານາເຂດ.
ສຽງຮ້ອງ: ມີການຮ້ອງຫຼາຍແບບ, ຮູ້ໄດ້ຈາກມີສຽງຫົວຄິກຄັກຢູ່ໃນຮູຄໍ, ມັກຈະຮ້ອງໃນເວລາມັນລີ້ຊ້ອນຢູ່ ແລະ ເປັນລັກສະນະດຽວເທົ່ານັ້ນທີ່ບົ່ງບອກໃຫ້ຮູ້ວ່າມັນຢູ່ບ່ອນນັ້ນ.
ຖິ່ນອາໃສ: ມີຢູ່ໃນປ່າທຸກຊະນິດ, ປ່າປ່ຽນໃບ ແລະ ປ່າດົງດິບ, ກະຈາຍຢູ່ປ່າສູງຫຼາຍລະດັບຢ່າງກວ້າງຂວາງ ແລະ ທົນທານຕໍ່ສະພາບປ່າທີ່ເສື່ອມໂຊມຂອງຖິ່ນອາໄສ. ກະຈະທົ່ວທຸກພາກຂອງປະເທດລາວ.
ປະຊາຊົນທ້ອງຖີ່ນນຳໃຊ້ເປັນອາຫານ