ກ້ານພູ / Kan Phlu
APA 6th ed. ກ້ານພູ / Kan Phlu. (2022, November 7). Retrieved from https://www.phakhaolao.la/index.php/kb/0001318
MLA 8th ed. ກ້ານພູ / Kan Phlu. Pha Khao Lao, 7 November 2022, https://www.phakhaolao.la/index.php/kb/0001318.
Chicago 17th ed. Pha Khao Lao. 2022. "ກ້ານພູ / Kan Phlu." Published November 7, 2022. https://www.phakhaolao.la/index.php/kb/0001318.
Caryophyllus hortensis Noronha
Caryophyllus silvestris Teijsm. ex Hassk.
Eugenia aromatica (L.) Baill.
Eugenia caryophyllata Thunb.
Eugenia caryophyllus (Spreng.) Bullock & S.G.Harrison
Jambosa caryophyllus (Thunb.) Nied.
Myrtus caryophyllus Spreng.
ໄທ: ກ້ານພູ, ດອກຈັນ ແລະ ຈັນຈີ່.
ອັງກິດ: Clove ແລະ Zanzibar Redhead.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 9-12 ມ, ສີນ້ຳຕານປົນສີເຫຼືອງ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 2 ນິ້ວ, ຍາວ 4 ນິ້ວ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອອ່ນ, ຜິວລຽບມັນທັງສອງດ້ານ. ຊໍ່ດອກແບບກະຈຸກ ຫຼື ຊື່ແບບແຕກແໜ່ງ, ອອກຕາມປາຍຍອດ. ດອກຍ່ອຍມີ 15-20 ດອກ, ອອກແບບກະຈຸກ, ສີຂຽວອົມແດງ, ສີຂຽວອົມນ້ຳຕານແດງ ຫຼື ສີຂາວ. ໝາກຮູບຊົງກະບອກ, ຍາວປະມານ 1 ຊມ, ກວ້າງ 0.3-0.4 ຊມ.
ອາຫານ:
- ໝາກ: ນຳມາເປັນເຄື່ອງເທດເພື່ອປຸງກິ່ນອາຫານ.
ສັບພະຄຸນ:
- ໃບ: ຊ່ວຍເຜົາຜ່ານເຄລໍລີ, ຊ່ວຍຫຼຸດຄວາມຢາກນ້ຳຕານ, ຊ່ວຍຫຼຸດ ແລະ ຄວບຄຸມລະດັບນ້ຳຕານໃນເລືອດ.
- ເປືອກ: ຊ່ວຍແກ້ອາການເຈັບທ້ອງ, ແກ້ລົມ ແລະ ຊ່ວຍຄຸມທາດ.
- ດອກ: ເປັນຢາແກ້ພິດເລືອດ, ແກ້ປວດທ້ອງ, ແກ້ລົມເປັນເໜັບຊາ, ແກ້ພິດນ້ຳເຫຼືອງ, ແກ້ພິດຄາວປາ, ເລືອດອອກຕາມຫວ່າງແຂ້ວ, ຫືດຫອບ, ດັບກິ່ນປາກ, ແກ້ອາການເຈັບແຂ້ວ, ສະຫຼາຍເສມຫະ, ຮັກສາພະຍາດລຳມະນາດ ຫຼື ພະຍາດອັກເສບບໍລິເວນເຫງືອກ, ແກ້ອາການໜ້າມືດຕາລາຍ, ວຽນຫົວປວດຮາກ, ແກ້ອາການສະອຶກ, ຊ່ວຍຂັບລົມ, ແກ້ທ້ອງອືດທ້ອງເຟີ້, ຊ່ວຍບັນເທົາອາການເຈັບທ້ອງ, ຊ່ວຍຫຼຸດການບີບຕົວຂອງລຳໄສ້, ແກ້ອາການຈຸກສຽດທອງເນື່ອງຈາກອາຫານບໍ່ຍ່ອຍ, ຊ່ວຍກະຕຸ້ນການລັ່ງ ແລະ ຫຼຸດກົດໃນກະເພາະອາຫານ, ແກ້ອາການຖອກທ້ອງໃນເດັກ, ມີສ່ວນຊ່ວຍໃນການດູດຊຶມທາດເຫຼັກ, ແກ້ເລືອດເສຍ, ຊ່ວຍແກ້ລົມ, ແກ້ທາດພິດ ແລະ ບຳລຸງທາດ.
- ດອກແຫ້ງ: ນຳມາກັ່ນໃຊ້ 0.12-0.3 ກຼາມ ເປັນຢາແກ້ທ້ອງຂຶ້ນ, ແກ້ລົມພິການ, ແກ້ທາດພິການ ແລະ ຊ່ວຍຂັບລົມໃນລຳໄສ້.
- ນ້ຳນ້ຳມັນກ້ານພູ: ໃຊ້ເປັນຢາລະງັບກະຕຸກ, ແກ້ອາການເຈັບທ້ອງ, ໃຊ້ຊຳລີຊັບປິດຮູແຂ້ວແມງແກ້ອາການເຈັບແຂ້ວ, ຊ່ວຍຂັບພາຍລົມ, ແກ້ອາການທ້ອງຂຶ້ນ, ແກ້ອາການຖອກທ້ອງ, ແກ້ໄອ, ຂ້າເຊື້ອພະຍາດ, ແກ້ອາການຊາປາຍມືປາຍຕີນ, ບັນເທົາອາການເຈັບຈາກແມງໄມ້ກັດ, ແກ້ລົມ, ບັນເທົາອາການເຈັບ, ໃຊ້ເປັນຢາໜວດແກ້ເຈັບບວມຊ້ຳ, ແກ້ອາການຖອກທ້ອງໃນເດັກ, ຮັກສາພະຍາດຫືດຫອບ, ແກ້ອາການສະອຶກ, ຊ່ວຍຂັບນ້ຳດີ, ຊ່ວຍເຮັດໃຫ້ປະສາດສະຫງົບ, ເຮັດໃຫ້ຜິວໜັງຊາ, ຊ່ວຍຂ້າເຊື້ອແບັກທິເຣຍໄດ້ຫຼາຍຊະນິດ, ຂ້າເຊື້ອຈາກບາດແຜ, ແມງໄມ້ກັດ, ຊ່ວຍລະລາຍຫຼິ່ມເລືອດ, ຊ່ວຍຫຼຸດການເຈັບໂຕເປັນກ້ອນໄດ້, ຜູ້ຍິງໃຫ້ນົມລູກຄວນຮັບປະທານເພາະຈະຊ່ວຍເພີ່ມນ້ຳນົມໃຫ້ຫຼາຍຂຶ້ນ ແລະ ຍັງຊ່ວຍຍັບຢັ້ງການຈະເລີນເຕີບໂຕຂອງ Lactococcus garvieae.
ນ້ຳມັນຫອມລະເຫີບ: ກ້ານພູມີນ້ຳມັນຫອມລະເຫີຍຊະນິດໜຶ່ງ.
ສານສຳຄັນທີ່ພົບ:
- ໃບ: Eugenol 94.4 % ແລະ β-caryophyllene 2.9 %.
- ດອກ: ພົບສານ Eugenol 72-90 %, Eugenyl acetate 2-27 %, β-caryophyllene 5-12 %, trans-β-caryophyllene 6.3-12.7 % ແລະ Vanillin.
- ສານປະກອບຟີໂນລິກ: ມີສັບພະຄຸນຊ່ວຍໃນການຕໍ່ຕ້ານອານຸມູນອິດສະຫຼະໃນຮ່າງກາຍ.
- ນ້ຳມັນຈາກດອກ: ໄດ້ຈາກດອກບານເຕັມທີເຊິ່ງປະກອບດ້ວຍ 60% eugenol, acetyl eugenol, caryophyllene ແລະ ສ່ວນປະກອບຍ່ອຍອື່ນໆ.
- ນ້ຳມັນຈາກໃບ: ປະກອບດ້ວຍຢູຈີນອລ 82-88% ອາດມີອາຊີເຕດໃນປະລິມານໜ້ອຍ ຫຼື ອາດບໍ່ມີເລີຍ.
- ນ້ຳມັນຈາກຕົ້ນ: ເຊິ່ງໄດ້ຈາກກິ່ງ ແລະ ເປືອກຕົ້ນປະກອບດ້ວຍຍູຈີນອລ 90 - 95% ແລະ ສ່ວນປະກອບຍ່ອຍອື່ນໆອີກ.
ຄຸນປະໂຫຍດ:
- ນ້ຳມັນກ້ານພູ: ເປັນສະໝູນໄພທີ່ນຳມານ້ອມຜົມ, ນຳໃຊ້ໃນການແຕ່ງກິ່ນສະບູ ແລະ ຢາຖູແຂ້ວ. ນອກນີ້ຍັງສາມາດຊ່ວຍໄລ່ຍຸງໄດ້.