ຫ້ອມແກ່ວ / White Head
APA 6th ed. ຫ້ອມແກ່ວ / White Head. (2021, October 12). Retrieved from https://www.phakhaolao.la/index.php/kb/0001280
MLA 8th ed. ຫ້ອມແກ່ວ / White Head. Pha Khao Lao, 12 October 2021, https://www.phakhaolao.la/index.php/kb/0001280.
Chicago 17th ed. Pha Khao Lao. 2021. "ຫ້ອມແກ່ວ / White Head." Published October 12, 2021. https://www.phakhaolao.la/index.php/kb/0001280.
Eclipta prostrata f. aureoreticulata Y.T.Chang
Eclipta prostrata f. prostrata
Eclipta prostrata var. prostrata
Eclipta prostrata var. undulata (Willd.) DC.
Eclipta prostrata var. zippeliana (Blume) J.Kost.
ອັງກິດ: eclipta, White head, False daisy, Bhringaraj, Trailing eclipta ແລະ Thistles
ຈີນ: 鱧腸 ແລະ 白花蟛蜞菊
ຈັດເປັນພືດລົ້ມລຸກ, ອາຍຸລະດູດຽວ. ລຳຕັ້ງຊື່, ສູງ 4-32 ນິ້ວ, ແຕກກິ່ງກ້ານຕ່ຳ ຫຼື ບໍລິເວນໂຄນຕົ້ນ, ມີຂົນສາກຊາກະຈາຍທົ່ວລຳຕົ້ນ, ມີຂໍ້ ແລະ ມີຮາກອອກຕາມຂໍ້. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບຫອກ, ກວ້າງ 0.5-2.5 ຊມ, ຍາວ 3-10 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວລຽບມັນ, ບໍ່ມີກ້ານໃບ. ຊໍ່ດອກແບບກະຈຸກກົມ, ອອກຕາມງ່າມໃບ ຫຼື ປາຍຍອດ, ເປັນຄູ່ ຫຼື ຊໍ່ດ່ຽວ. ດອກຍ່ອຍຈຳນວນຫຼາຍ, ລັກສະນະຮູບຫຼອດ, ອອກອັດແໜ້ນໃນຖານຮອງດອກດຽວກັນ. ກີບດອກວົງໃນເຊື່ອມຕິດກັັນເປັນຮູບຫຼອດ, ຍາວປະມານ 2 ມມ, ປາຍແຍກອອກເປັນ 4 ແສກ, ກີບວົງນອກຮູບຮີ, ຍາວ 2-4.5 ຊມ. ໝາກຮູບຈວຍ, ກວ້າງປະມານ 1.5 ມມ, ຍາວ 3-3.5 ມມ, ສີດຳ.
ອາຫານ:
ໃບອ່ອນ ແລະ ຍອດ: ນຳມາປຸງເປັນອາຫານໄດ້.
ສັບພະຄຸນ:
ຕົ້ນ: ນຳມາຕົ້ມເອົານ້ຳດື່ມ ຫຼື ຕຳໃຫ້ລະອຽດຄັ້ນເອົານ້ຳປະສົມກັບນ້ຳຫອມໃຊ້ດົມແກ້ພະຍາດດີຊານ, ນຳມາປະສົມກັບພິກໄທ ແລະ ນ້ຳເຜິ້ງແລ້ວປັ້ນເປັນກ້ອນກິນບຳລຸງຮ່າງກາຍ.
ໃບ: ນຳມາຕຳທາ ຫຼື ພອກແກ້ຄໍເຂັດ, ຮັກສາແຜສົດ, ຜິວໜັງອັກເສບ, ຮັກສາພະຍາດຂີ້ກາກ, ຂີ້ເກື້ອນ, ຊ່ວຍຫ້າມເລືອດ, ແກ້ບາດແຜຝົກຊ້ຳ, ບັນເທົາອາການເຈັບ, ຊ່ວຍຮັກສາໄຂ້, ພະຍາດກ່ຽວກັບຕາ, ຫອບຫືດ, ຫຼອດລົມອັກເສບ, ແກ້ບັນຫາທາງຕັບ, ຖອກທ້ອງ ແລະ ກະເພາະປັດສະວະອ່ອນແອ, ຕົ້ມໃຊ້ຮັກສາມະເຮັງ, ຮັກສາພິດຈາກແມງມອດກັດ ແລະ ຊ່ວຍແກ້ພິດງູກັດ, ໃບນຳມາບົດວາງຫົວຂະມ່ອມເດັກແກ້ອາການຊັກ ແລະ ໃຊ້ທາບໍລິເວນຜິວໜັງເພື່ອລົບຮອຍດຳຕາມຜິວໜັງຂອງເດັກ.
ກ້ານ ແລະ ໃບ: ຮັກສາພະຍາດເລືອດຈາງ, ພະຍາດບິດ, ແກ້ໄຂ້, ແກ້ອາການຮາກ, ມີນ້ຳມູກ ແລະ ຊ່ວຍຂັບພິດ.
ດອກ: ຊ່ວຍຮັກສາພະຍາດຕາແດງ.
ທັງຕົ້ນ: ຕົ້ມດື່ມ ແລະ ທາບໍລິເວນນິ້ວມື ຫຼື ອາບເປັນຢາແກ້ຕະຄິວ, ຕົ້ມດື່ມແກ້ເໜັບຊາ, ແກ້ປວດເມື່ອຍ, ແກ້ອາການອ່ອນເພຍ ຫຼື ນຳມາອາບແກ້ລົມຊັກ, ນຳມາປຸງເປັນຢາຟື້ນຟູ ແລະ ບຳລຸງຕັບ, ສາມາດຕ້ານເຊື້ອມະເຣັງໄດ້ປານກາງ, ປະກອບດ້ວຍສານ alkaloids nicotine ແລະ coumarin ຊ່ວຍຂັບລົມ, ຂັບປັດສະວະ ແລະ ແກ້ປວດເມື່ອຍຕາ.
ສານສະກັດຈາກຕົ້ນ: ໃຊ້ຮັກສາອາການອັກເສບຂອງຕັບທີ່ເກີດຈາກ carbon tetrachloride, ຮັກສາອາການທ້ອງໃຄ່ ແລະ ພະຍາດຕັບ, ພະຍາດເລືອດຈາງ, ພະຍາດຄໍຕີບເປັນຕົ້ນ.
ນ້ຳຈາກຕົ້ນ: ໃຊ້ປະສົມກັບນ້ຳມັນຫອມລະເຫີຍໃຊ້ດົມຮັກສາຫວັດ ແລະ ພະຍາດດີຊານ.
ຄຸນປະໂຫຍດ:
ໃບ: ນຳມາຕຳຄັ້ນເອົານ້ຳປະສົມກັບນ້ຳມັນໝາກພ້າວແລ້ວນຳມາໃສ່ຜົມຊ່ວຍເຮັດໃຫ້ຜົມດົກດຳ, ແກ້ຜົມງອກກ່ອນໄວ ແລະ ຍັງສາມາດນຳມາອົມແກ້ແຂ້ວຫຼ່ອນກອ່ນໄວ.
ກ້ານ ແລະ ໃບ: ໃຊ້ຂ້າເຊື້ອໃນແຜງົວ ແລະ ຄວາຍ.
ນ້ຳຈາກໃບ ແລະ ໝາກ: ໃຫ້ສີນ້ຳເງິນອົມດຳໃຊ້ເຮັດສີຍ້ອມຜົມ ແລະ ສັກຄິ້ວ.